ກອງປະຊຸມສຳມະນາ 30 ປີ ປ່ຽນໃໝ່ວຽກງານ ເປັນເສນາທິການ

ກອງປະຊຸມສຳມະນາ 30 ປີ ປ່ຽນໃໝ່ວຽກງານ ເປັນເສນາທິການ - ảnh 1
(ກອງປະຊຸມສຳມະນາ 30 ປີ ປ່ຽນໃໝ່ວຽກງານເປັນເສນາທິການ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ 30 ປີ ປ່ຽນ​ໃໝ່​ວຽກ​ງານ​ເປັນ​ເສນາ​ທິການ​ໃນ​ຂົງ​ເຂດ​ການ​ເມືອງ, ​ແນວ​ຄິດ, ການ​ສຶກສາ​ວິທະຍາສາດ ​ແລະ ຂົນຂວາຍ​ປະຊາຊົນ ​ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ສະໜອງ​ບັນດາ​ມູນ​ຖານ​ວິທະຍາສາດ, ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ເປັນ​ເສນາ​ທິການ​ຂອງ​ບັນດາ​ອົງການ​ສູນ​ກາງ​ພັກ ຜ່ານ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່; ກໍ່ສ້າງ, ລາຍ​ງານ; ຍື່ນ​ສະ​ເໜີ​ຕໍ່​ຄະນະ​ເລຂາ, ປະກອບສ່ວນ​ປັບປຸງ​ແນວທາງ​ປ່ຽນ​ໃໝ່, ກະກຽມ​ບັນດາ​ເອກະສານ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 12.

ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາ​ສະ​ດາ​ຈານ. ດຮ. ຟ້າ​ມ​ແມ້ງ​ຮຸ່ງ, ຮອງ​ປະທານ​ຮັບຜິດຊອບ​ສະພາ​ວິທະຍາສາດ​ບັນດາ​ອົງການ​ພັກ​ສູນ​ກາງ​ຢືນຢັນ​ວ່າ:

“​ໃນ​ພາລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່, ພວກ​ເຮົາ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ​ໃນ​ທຸກ​ດ້ານ​ເສດຖະກິດສັງຄົມ, ວັດທະນະທຳ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ. ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ພັກ​ໄດ້​ວາງອອກ​ທິດ​ທາງ​ທີ່​ຖືກຕ້ອງ ​ເພື່ອ​ຊີ້​ນຳ​ໃຫ້​ທົ່ວ​ພັກ, ທົ່ວກອງທັບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ​ເດັດ​ດຽວ​ຍົກ​ສູງຄັນທຸງເອກ​ກະ​ລາດ​​ແຫ່ງ​ຊາດ ຕິດ​ພັນ​ກັບ​ລັດທິ​ສັງຄົ​ມ​ນິຍົມເພື່ອ​ສ້າງ​ປະ​ເທດ​ຫວຽດນາມ ​​ເຊິ່ງ​ໃນ​ນັ້ນໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ​ສັງຄົມ​ປະຊາທິປະ​ໄຕຍຸຕິ​ທຳສີວິ​ໄລ. ຜ່ານ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ເຊິ່ງ​ໂດຍ​ກົງ​ແມ່ນ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ ຜ່ານ​ອາຍຸ​ການຕ່າງໆ, ບັນດາ​ຄະ​ນະ​ພັກ​ສູນ​ກາງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ວາງ​​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ນັ້ນ”.

ຂ່າວ/ບົດ​ອື່ນ