ກອງປະຊຸມສຳມະນາ ກ່ຽວກັບກົນໄກ ປົກປ້ອງລັດຖະທຳ ມະນູນ

ກອງປະຊຸມສຳມະນາ ກ່ຽວກັບກົນໄກ ປົກປ້ອງລັດຖະທຳ ມະນູນ - ảnh 1
(ພາບປະກອບ:
lamdong.gov.vn)

(vovworld)- ວັນ​ທີ 6/5, ​ສະ​ຖາ​ບັນ​ລັດ ​ແລະ ກົດໝາຍ ​ແລະ ​ສະຖານ​ບັນ KAS ຂອງ​ໄທ ສົມທົບ​ກັນ​ຈັດກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ “ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ-ບົດຮຽນ​ຂອງສາກົນໃຫ້​ແກ່​ຫວຽດນາມ“. ບັນດາ​ຜູ້​ແທນ​​​ໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ໂດຍ​ຕີ​ລາຄາ​ວ່າ​ລັດຖະທຳ​ມະນູນ​ແມ່ນ​ເອກະສານນິຕິກຳມີຄຸນຄ່າທີ່ດີດ້ານ ກົດໝຍ. ກໍ່​ເຊັ່ນ​ດຽວກັນ​ກັບ​ບັນດາ​ເອກະສານ​ນິຕິ​ກຳ​ອື່ນໆ, ລັດຖະທຳ​ມະນູນ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຕໍ່​ໄພ​ອັນຕະລາຍ​​ຖືກ​ລະ​ເມີດ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຄຳ​ເຫັນ​ຖື​ວ່າ: ລັດຖະທຳ​ມະນູນ​ຕ້ອງ​ໄດ້​ຄົ້ນຄ້ວາ​ເພື່ອ​ຊອກ​​ເຫັນ​ກົນ​ໄກ​ປົກ​ປ້ອງ​ພິ​ເສດ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກຄົ້ນຄ້ວາ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ຮັບ​ຟັງ​ບັນດາ​ຜູ້​ແທນ​ມາ​ຈາກ​ມະຫາວິທະຍາ​ໄລ​ສັງ​ລວມ Bonr-ສ.​ເຢຍລະ​ມັນ ​ແລະ ຫ້ອງການ KAS ຢູ່​ໄທ ​ແບ່ງປັນ​ບົດຮຽນ​. ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ​ໃນ​ບັນດາ​ການ​ເຄື່​ອນ​ໄຫວນິຕິ​ບັດ​ຍັດ, ບໍລິຫານ ​ແລະ ຕຸລາການ. ສ້າງກົນ​ໄກຕັດສິນ​ລັດຖະທຳ​ມະນູນ​ຢູ່​ຫວຽດນາມ. ນີ້​ແມ່ນ​ບັນດາ​ບົດ​ຮຽນ​ທີ່​ມີຄ່າ​ໃຫ້ສຳລັບ​ຫວຽດນາມ ​ໃນ​ວິວັດ​ການ​ດຳ​ເນີນ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992.

 

 

 

 

 

 

ຂ່າວ/ບົດ​ອື່ນ