(vovworld) - ຫວຽດນາມ ຫາກໍ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນ ກ່ຽວກັບ “ຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ ແລະ ການແກ້ງແຍ້ງສະເໝີພາບ”, ໂດຍສະມາຄົມທະນາຍຄວາມລະຫວ່າງເຂດປາຊີຟີກ (ຫຼື IPBA) ເຊິ່ງຈັດຂຶ້ນຢູ່ ປາຣີ. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນເພື່ອແນໃສ່ສ່ອງແສງຄວາມສຳຄັນຂອງການໂຄສະນາເຜີຍແຜ່ບັນດາມາດຖານສາກົນ ກ່ຽວກັບຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ. ນີ້ຍັງແມ່ນເວທີປາໄສເພື່ອສະແດງໃຫ້ເຫັນບັນດາການຄົ້ນຄ້ວາ ກ່ຽວກັບສະພາບແວດລ້ອມແຫ່ງການແກ້ງແຍ້ງລະຫວ່າງບັນດາວິສາຫະກິດ ໃນການພົວພັນກັບບັນດາມາດຖານຮັບຜິດຊອບສັງຄົມ ຢູ່ ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຫວຽດນາມ. ກ່າວຄຳເຫັນທີກອງປະຊຸມສຳມະນາ, ທ່ານ ຫງວຽນແກງເກື່ອງ, ທີ່ປຶກສາດ້ານການຄ້າສະຖານທູດຫວຽດນາມ ປະຈຳ ຝຣັ່ງ ຖືວ່າ: ຫັນເປັນມາດຖານຄວາມຮັບຜິດຊອບສັງຄົມຂອງວິສາຫະກິດແມ່ນ “ໜຶ່ງໃນບັນດາເຄື່ອງມືປະຊາທິປະໄຕ ແລະ ສີວິໄລ”, ປະກອບສ່ວນພັດທະນາຕະຫຼາດຢ່າງກົມກ່ຽວ, ປັບປຸງເງື່ອນໄຂດຳລົງຊີວິດ ແລະ ເຮັດວຽກໃຫ້ແກ່ຄົນງານ ກໍ່ຄືຮັບປະກັນການພັດທະນາແບບຍືນຍົງຂອງທົ່ວສັງຄົມ. ທ່ານ ຫງວຽນແກງເກື່ອງ ຖືວ່າ: ເລື່ອງເຂົ້າຮ່ວມກອງປະຊຸມສຳມະນາ ເພື່ອກໍ່ສ້າງບັນດາມາດຖານສາກົນ ກ່ຽວກັບຄວາມຮັບຜິດຊອບສັງຄົມຂອງ ວິສາຫະກິດແມ່ນຈຳເປັນທີ່ສຸດ, ໂດຍສະເພາະແມ່ນເມື່ອ ຫວຽດນາມ ຕັດສິນໃຈເຊື່ອມໂຍງນັບມື້ນັບເຕັມສ່ວນ, ເລິກເຊິ່ງ, ກ້ວາງແຂວງກັບພາກພື້ນ ແລະ ສາກົນກ່ວາອີກ.