ກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດໃນການເຄື່ອນໄຫວການຕ່າງປະເທດຂອງລັດ”

(VOVWORLD) -ໃນລະຫວ່າງວັນທີ 20 – 21 ສິງຫາ, ຢູ່ນະຄອນເກິນເທີ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ສົມທົບກັບສະຖາບັນ KSA (Konrad Adenaure Stiftung) ຂອງເຢຍລະມັນ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດໃນການເຄື່ອນໄຫວການຕ່າງປະເທດຂອງລັດ”.

ກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດໃນການເຄື່ອນໄຫວການຕ່າງປະເທດຂອງລັດ” - ảnh 1 ກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດໃນການເຄື່ອນໄຫວການຕ່າງປະເທດຂອງລັດ”

(ພາບ: TTXVN)

ບັນດາຜູ້ແທນສະພາແຫ່ງຊາດທ້ອງຖິ່ນພາກໃຕ້ຫວຽດນາມ ແລະ ບັນດາຜູ້ແທນຕ່າງປະເທດທີ່ມາຈາກເຢຍລະມັນ, ການາດາ, ແບນຊິກ, ອາເມລິກາ… ກໍ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເນັ້ນໜັກວ່າ, ການພົວພັນກັບຕ່າງປະເທດຂອງສະພາແຫ່ງຊາດມີລັກສະນະສະເພາະ, ທັງມີລັກສະນະແຫ່ງລັດ, ທັງມີລັກສະນະປະຊາຊົນ ສະນັ້ນມີຄວາສະດວກໃນການຊຸກຍູ້ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດອື່ນ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ສະເໜີວ່າ.

        “ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນເຂົ້າຮ່ວມຈະສຸມໃສ່ປຶກສາຫາລື ແລະ ເຮັດແຈ້ງບາງເນື້ອໃນຕົ້ນຕໍຄື: ທີໜຶ່ງ, ການຜັນແປຂອງສະພາບການໂລກ ແລະ ພາກພື້ນໃນໄລຍະຜ່ານມາ, ບັນດາຄວາມສະດວກ, ສິ່ງຫຍຸ້ງຍາກ ແລະ ສິ່ງທ້າທາຍສຳລັບການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ. ທີ 2 ແມ່ນບົດບາດຂອງສະພາແຫ່ງຊາດໃນການພົວພັນກັບຕ່າງປະເທດ 2 ຝ່າຍ, ຫຼາຍຝ່າຍ. ທີ 3 ແມ່ນ, ທ່າອ່ຽງພັດທະນາຂອງການທູດລັດຖະສະພາໃນໄລຍະຈະມາເຖິງ ແລະ ສະເໜີແນະບັນດາມາດຕະການແກ້ໄຂ ເພື່ອແນໃສ່ເພີ່ມທະວີບົດບາດຂອງລັດຖະສະພາໃນບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດ. ທີ 4 ແມ່ນແບ່ງປັນບົດຮຽນກັບບັນດາສະມາຊິກສະພາແຫ່ງຊາດທ້ອງຖິ່ນຕ່າງໆ, ພ້ອມກັບບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດທີ່ມາຈາກອາເມລິກາ, ການາດາ, ອີຢູ”.

ຕອບກັບ

ຂ່າວ/ບົດ​ອື່ນ