( vovworld ) - “ບັນດາແຂວງເຂດແຄມທະເລທາງພາກກາງຕ້ອງມີບາດກ້າວບຸກທະລຸໃນການພັດທະນາອຸດສາຫະກຳສຳຮອງ, ມີນະໂຍບາຍດຶງດູດຢ່າງຄົບຊຸດ, ສ້າງສຽງເວົ້າລວມເພື່ອຮ່ວມສຳພັນໃນການພັດທະນາ”, ນັ້ນແມ່ນເນື້ອໃນເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຳມະນາກ່ຽວກັບບົດຮຽນໃນການດຶງດູດການລົງທຶນຢູ່ບັນດາແຂວງແຄມທະເລທາງພາກກາງຫວຽດນາມ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 2/8, ຢູ່ນະຄອນກູຍເຍີນ, ແຂວງບິ່ງດິ້ງ. ກອງປະຊຸມສຳມະນາໄດ້ດຶງດູດຜູ້ແທນ 300 ຄົນເຊິ່ງແມ່ນການນຳຂອງ 7 ແຂວງເຂດແຄມທະເລທາງພາກກາງຈາກ ເທື່ອທຽນເຫວ໋ ເຖິງແຂວງແຄ໋ງຮວ່າ ພ້ອມກັບບັນດາຜູ້ຊຽວຊານດ້ານເສດຖະກິດຢູ່ພາຍໃນປະເທດ ແລະ ສາກົນ. ໄລ່ມາຮອດຈຸດເວລານີ້, 7 ແຂວງເຂດແຄມທະເລທາງພາກກາງ ສ້າງຕັ້ງເຂດອຸດສາຫະກຳໄດ້ 42 ແຫ່ງ ດ້ວຍຈຳນວນເນື້ອທີ່ດິນທັງໝົດເກືອບ 14.000 ເຮັກຕາ. ບັນດາເຂດອຸດສາຫະກຳຂອງເຂດແຄມທະເລທາງພາກກາງ ຍັງດຶງດູດ 940 ໂຄງການລົງທຶນ, ໃນນັ້ນມີເກືອບ 170 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຍອດຈຳນວນທຶນເກືອບ 1,4 ຕື້ USD. ເມື່ອບັນດາເຂດອຸດສາຫະກຳຖືກນຳເຂົ້າໃຊ້ການ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 150.000 ຄົນ. ເພື່ອໃຫ້ການລົງທຶນ, ກໍ່ສ້າງ ແລະ ພັດທະນາບັນດາເຂດອຸດສາຫະກຳໃນແຂວງດຶງດູດບັນດາຄູ່ຮ່ວມມືໃຫ້ໄດ້, ປະລິຍາເອກ Tran Du Lich, ຫົວໜ້າກຸ່ມທີ່ປຶກສາການຮ່ວມມື ແລະ ພັດທະນາເຂດພາກກາງ ໄດ້ສະເໜີວ່າ
“ບັນຫາສຳຄັນທີ່ສຸດໃນປະຈຸບັນ ແມ່ນເຮັດແນວໃດເພື່ອປ່ຽນໃໝ່ຈີນຕະນາການໃນການວາງແຜນກຳນົດ ເພື່ອຫຼຸດຜ່ອນລັກສະນະບໍລິຫານທ້ອງຖິ່ນ, ຈັດແບ່ງກຳລັງພະລິດຄືນໃໝ່ໃຫ້ມີປະສິດທິຜົນໃນທົ່ວເຂດ. ທາງເຂດຕ້ອງປະຕິບັດຮູບແບບພາກສ່ວນລັດ ແລະ ເອກະຊົນ ຄູ່ຮ່ວມມືຕາມແຜນນະໂຍບາຍຂອງລັດຖະບານ ເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ທ່າກໍ່າປັ່ນ”.