ກອງປະຊຸມສຳມະນາ ວິທະຍາສາດ “ແງ່ຫວັງ ພັດທະນາການພົວພັນລະຫວ່າງລັດເຊຍ - ຫວຽດນາມ ໃນໄລຍະໃໝ່”
ກອງປະຊຸມວິທະຍາສາດ “ແງ່ຫວັງພັດທະນາການພົວພັນ
ລະຫວ່າງລັດເຊຍ - ຫວຽດນາມ ໃນໄລຍະໃໝ່”
(vovworld) – ກອງປະຊຸມສຳມະນາວິທະຍາສາດ “ແງ່ຫວັງພັດທະນາການພົວພັນລະຫວ່າງລັດເຊຍ - ຫວຽດນາມ ໃນໄລຍະໃໝ່” ດຳເນີນໄປໃນວັນທີ 22/11, ຢູ່ມົດສກູ, ຕໍ່ການຢ້ຽມຢາມສະຫະພັນລັດເຊຍຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບົດທາບທາມຄວາມເຫັນກ່ຽວຂ້ອງເຖິງບັນດາປັດໃຈປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ກັບອະດີດສະຫະພາບ ໂຊວຽດ ຫຼື ສະຫະພັນລັດເຊຍ ໃນປະຈຸບັນ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Dmitri Mosiakov, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ - ທະວີບອົດສຕາລີ ແລະ ທະວີບໂອເຊເນຍ ຖືວ່າ.
“ຂ້າພະເຈົ້າຖືວ່າ, ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ: ທີ່ 1 ຍ້ອມມັນເໝາະສົມກັບຄວາມສຳຄັນຂອງການພົວພັນລະຫວ່າງລັດເຊຍ - ຫວຽດນາມ ແລະ ມັນໄດ້ເຕົ້າໂຮມບັນດາຂໍ້ມູນກ່ຽວກັບຫວຽດນາມ, ຍົກອອກບັນດາການໄຈ້ແຍກ, ຕີລາຄາຂອງຕົນ. ທີ 2 ແມ່ນກ່ຽວກັບຈຸດເວລາຈັດກອງປະຊຸມສຳມະນາ ແມ່ນຖືກກັບວັນເວລາ, ປະຈຸບັນສະພາບການພວມສັບສົນ, ຕາມນັ້ນແລ້ວ, ຄືບັນດາເພື່ອນກໍ່ໄດ້ຮູ້ແລ້ວວ່າ, ລັດເຊຍ ພວມຖືກລົງໂທດຈາກບັນດາປະເທດຝ່າຍຕາເວັນຕົກ ແລະ ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ໃຫ້ເຫັນວ່າ ການສະໜັບສະໜູນອັນລ້ຳຄ່າຂອງຫວຽດນາມ ສຳລັບລັດເຊຍ.”