ກອງປະຊຸມສຳມະນາ ສາກົນກ່ຽວກັບການ ພັດທະນາການຄ້າ ເຂດຊາຍແດນ ໄຕນິງ

ກອງປະຊຸມສຳມະນາ ສາກົນກ່ຽວກັບການ ພັດທະນາການຄ້າ ເຂດຊາຍແດນ ໄຕນິງ - ảnh 1
(ພາບປະກອບ)

(vovworld) – “​ໄຕ​ນິງ - ປະ​ຕູ​​ແຫ່ງ​ການ​ພັດທະນາ​ດ້ານ​ການ​ຄ້າ​ລະຫວ່າງຫວຽດນາມ -ລາວ - ກຳປູ​ເຈຍ” ​ແມ່ນ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ສຳ​ມະ​ນາ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 20/12, ຢູ່​ແຂວງ ​ໄຕ​ນິງ. ​ເຫດການ​ນີ້​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ​ໄຕ​ນິງ ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ, ການ​ລົງທຶນ ​ແລະ ການທ່ອງ​ທ່ຽວ​ກັບ ລ​າວ, ​ກຳປູ​​ເຈຍ ເກືອບ 200 ຄົນ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າຫງວຽນ​ເກີ​ມຕູ໋ ​ແລະ ທ່ານລັດຖະມົນຕີກະຊວງ​ການ​ຄ້າ​ກຳປູ​ເຈຍ Reach Ra ​ເປັນ​ປະທານ​ຮ່ວມ​ຂອງກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າຫງວຽນ​ເກີ​ມຕູ໋ ຊີ້​ແຈ້ງວ່າ.

        “​ໃນ​ໄລຍະ​ຜ່ານ​ມາ, ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ 3 ປະ​ເທດ ລະຫວ່າງຫວຽດນາມ - ​ ລາວ ​ແລະ ກຳປູ​ເຈຍ ໄດ້​ຮັບ​ການ​ພັດທະນາ​ຢ່າ​ງ​ແຮງ, ອັນ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ເຂົ້າ​ຮ່ວມ, ຂົງ​ເຂດ​ແລກປ່ຽນກໍ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ດ້ວຍ​ແງ່​ຫວັງ​ພັດທະນາ​ຢ່າງ​ວ່ອງ​ໄວ​ຄື​ແນວ​ນັ້ນ, ການ​ຄ້າ 3 ປະ​ເທດ ຈະ​ປະກອບສ່ວນ​ນຳ​ວົງ​ເງິນ​ການ​ຄ້າ​ລະຫວ່າງຫວຽດນາມ ​ແລະ ລາວ ຂຶ້ນ​ເຖິງ 2 ຕື້ USD ​ແລະ ຫວຽດນາມ ກັບ ກຳປູ​ເຈຍ ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015 ຕາ​​ມແຜ​ນການ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ. ​ເພື່ອ​ຊຸກຍູ້​ການ​ຄ້າ​ເຂດ​ຊາຍ​ແດນ 3 ປະ​ເທດ ​ເລື່ອງ​ຂຸດ​ຄົ້ນພື້ນຖານ​ໂຄງ​ລ່າງ​ເຊື່ອມ​ຕໍ່ 3 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​​ໃນ​ນັ້ນ​ມີ​ທາງ​ຄົມມະນາຄົມ​ຂົນ​ສົ່ງ​ແມ່ນ​ວຽກ​ງານສຳຄັນ​ທີ່​ສຸດ.”

        ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ຊຸກຍູ້​ການພັ​ດທະ​ນາ​ດ້ານ​ກາ​ນຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ລາວ ​ແລະ ກຳປູ​ເຈຍ ຜ່ານ​ເສັ້ນ​ທາງ​ເຊື່ອມ​ຕໍ່​ຈາກ​ແຂວງ​ໄຕ​ນິງ ​ໄປ​ຜ່ານ 2 ປະ​ເທດ ​ແລະ ຍູ້​ແຮງ​ການ​ລົງທຶນ ນຳ​ເຂົ້າ, ສົ່ງ​ອອກ​ສິນຄ້າ, ການ​ບໍລິ​ການ, ການ​ລົງທຶນ ​ແລະ ກາ​ນທ່ອງ​ທ່ຽວ​ຜ່ານ​ເສັ້ນທາງ​ດັ່ງກ່າວ, ປະກອບສ່ວນ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ 3  ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ