ສະພາບການຢູ່ກອງປະຊຸມສຳມະນາ
(ພາບ: http://doanthanhnien.vn)
(vovworld)-ວັນທີ 10/11, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສະຫະສະມາຄົມສອນວິຊາຊີບ ແລະ ອາຊີບວຽກງານສັງຄົມຫວຽດນາມ ສົມທົບກັບກອງທຶນເຍົາວະຊົນ ສະຫະປະຊາຊາດ ໄດ້ຈັດກອງປະຊຸມສຳມະນາສາກົນ “ຕົວຈິງ ແລະ ການເຊື່ອມໂຍງໃນການພັດທະນາວຽກງານສັງຄົມຢູ່ຫວຽດນາມ“.
ຕາມຂ່າວຈາກກອງປະຊຸມສຳມະນາ, ປະຈຸບັນ, ມີຜູ້ອາຍຸສູງເກືອບ 9 ລ້ານຄົນ, ຄົນພິການ 6,7 ລ້ານຄົນ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ 1,5 ລ້ານຄົນ, ຄອບຄົວທຸກຍາກປະມານ 9,6% ແລະ ຜູ້ຕິດເຊື້ອ HIV, ຢາເສບຕິດ, ໂສເພນີນັບຮ້ອຍຄົນ…ຕ້ອງການຮັບການຊ່ວຍເຫຼືອຈາກບັນດາການບໍລິການວຽກງານສັງຄົມ.
ໃນໄລຍະຜ່ານມາ, ພັກ, ລັດໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍທີ່ແທດຈິງ ພ້ອມທັງໜູນຊ່ວຍດ້ານເຮືອນຢູ່, ການສຶກສາ, ສອນວິຊາຊີບ, ສ້າງວຽກເຮັດງານທຳ….ປະຕິບັດແຜນຮ່າງພັດທະນາອາຊີບວຽກງານສັງຄົມ, ຮາກຖານກ່ຽວ ຂ້ອງເຖິງການສະໜອງບໍລິການວຽກງານສັງຄົມໃນທົ່ວປະເທດໄດ້ຂຶ້ນເຖິງ 432 ແຫ່ງ ດ້ວຍຈຳນວນພະນັກງານ, ພາລະກອນແມ່ນ 35.000 ຄົນ./.