ກອງປະຊຸມສຳມະນາ ສາກົນຮ່ວມມືພັດທະນາ ລະຫວ່າງຫວຽດນາມ - ອາຊຽນ ກັບ ສະຫະພັນລັດເຊຍຈະມາເຖິງ

ກອງປະຊຸມສຳມະນາ ສາກົນຮ່ວມມືພັດທະນາ ລະຫວ່າງຫວຽດນາມ - ອາຊຽນ ກັບ ສະຫະພັນລັດເຊຍຈະມາເຖິງ - ảnh 1
(ພາບປະກອບ: TTXVN)

(vovworld) – ​​ກອງ​ປະຊຸມ​ສຳ​ມະນາສາ​ກົນຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 15 – 16/09 ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ອາ​ຊຽນ ກັບ​ສະຫະພັນ​ລັດ​ເຊຍ: ສະພາບ​ຕົວ​ຈິງ ​ແລະ ​ແງ່​ຫວັງ”. ຄາດ​ວ່າ ຈະ​ມີ​ຜູ້​ແທນ​ກວ່າ 100 ທ່ານ ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ​ກອງປະຊຸມ​ສຳ​ມະ​ນາ, ​ໃນ​ນັ້ນ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ, ບັນດາ​ນັກ​​ຊ່ຽວຊານທີ່​ມາ​ຈາກ​ສະຫະພັນ​ລັດ​ເຊຍ, ອົງການ​ຈັດ​ຕັ້ງອາ​ຊຽນ ​ແລະ ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ​ອາຊຽນ.

        ກອງ​ປະຊຸມ​ສຳ​ມະ​ນາ​​ແນ​ໃສ່​ໄຈ້​ແຍກ, ຕີ​ລາຄາ, ​ເຮັດ​ແຈ້ງ​ສະພາບ​ພົວພັນລະຫວ່າງ​ຫວຽດນາມ - ​​ອາ​ຊຽນ ​ກັບ ສະຫະພັນ​ລັດ​ເຊຍ, ຕີ​ລາຄາ​ບົດບາ​ດຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ສະຫະພັນ​ລັດ​ເຊຍ ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ; ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງອາ​ຊຽນ ກັບ​ສະຫະພັນ​ລັດ​ເຊ​ຍ.

        ກ່ຽວ​ກັບ​ເນື້ອ​ໃນ​ລະອຽດຂອງ​ກອງ​ປະຊຸມ, ທີ່​ກອງ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 11/09, ສາດສະດາຈານ, ດຣ ຕ້າ​ຫງອກ​ເຕີນ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ກອງ​ປະຊຸມ​ສຳ​ມະ​ນາ​ລວມມີ 3 ຄັ້ງ​​ຢູ່​ຮ່າ​ໂນ້ຍ ​ແລະ 1 ຄັ້ງ​ຢູ່​ກວາງ​ນິງ. ນອກຈາກ​ກອງ​ປະຊຸມ​ສຳ​ມະ​ນາ​ລວມ​ແລ້ວ ຍັງ​ມີ​ວາລະ​ປະຊຸມອີກ 2 ຄັ້ງຈະເຕື້ອງ​ເຖິງ 2 ບັນຫາ​ທົ່ວ​ໄປ​ກ່ຽວ​ກັບ​ຜົນ​ສະທ້ອນທາງ​ສັງຄົມ, ນັ້ນ​ແມ່ນ​ເສດຖະກິດ ​ແລະ ວັດທະນະທຳ. ວັດທະນະທຳ​ຢູ່​ທີ່​ນີ້ ​​ຕາມ​ຄວາມສຳນຶກ​ຂອງ​ພວກ​ເຮົາ​ແມ່ນ​ພື້ນຖານ​ດ້ານ​ຈິດໃຈ​ສັງຄົມ, ກ່ຽວ​ກັບ​ແງ່​ມູມໃດ​ໜຶ່ງ ມັນ​ຈະ​ພາ​ທາງ​ໃຫ້​ທຸກໆ​ຂົງ​ເຂດ​ພົວພັນ​ສັງຄົມ​ອື່ນໆ. ສະ​ນັ້ນ, ພ້ອມ​ກັບ​ຂົງ​ເຂດ​​ເສດຖະກິດ ພວກ​ຂ້າພະ​ເຈົ້າ​ຖື​ຂົງ​ເຂດ​ວັດທະນະທຳ​ແມ່ນໜຶ່ງ​ໃນ​ 2 ຂົງ​ເຂດ​ທີ່​ຕ້ອງ​ໄດ້ຮັບ​ຄວາມ​​ເອົາ​ໃຈ​ໃສ່​ທີ່​ສຸດ​ທີ່​ກອງ​ປະຊຸມ”.

        ຄຽງ​ຂ້າງ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາ​ຍັງ​ປຶກສາ​ຫາລື​ບັນດາ​ຜົນງານ ​ແລະ ຂໍ້​ຈຳກັດ​ໃນ​ວິວັດ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ສະຫະພັນ​ລັດ​ເຊຍ ກັບ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ