ກອງປະຊຸມສຳມະນາ “ຫວຽດນາມ-ຈຸດນັດພົບທີ່ດູດດື່ມສຳລັບແຂກທ່ອງທ່ຽວຢູແກຼນ”

ກອງປະຊຸມສຳມະນາ “ຫວຽດນາມ-ຈຸດນັດພົບທີ່ດູດດື່ມສຳລັບແຂກທ່ອງທ່ຽວຢູແກຼນ” - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຢູ່ ຢູ​ແກຼນ
(ພາບ: Dương Trí/ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ)

(vovworld) – ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ປະ​ເທດນີ້, ບໍ​ລິ​ສັດ​ທ່ອງ​ທ່ຽວ Vitoria Tour ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ - ຈຸດ​ນັດ​ພົບ​ທີ່ດ​ູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ ຢູ​ແກຼນ”. ເຫດ​ການ​ມີ​ຄວາມ​ໝາຍ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ຢູ​ແກຼນ ໄປ​ຢ້ຽມ​ຢາມ ຫວຽດ​ນາມ, ປັບ​ປຸງ ແລ​ະ ຊຸກ​ຍູ້​ພັດ​ທະ​ນາ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ມີງ​ຈີ໋, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່​ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເວົ້າ​ລວມ ແລະ ຢູ​ແກຼນ ເວົ້າ​ສະ​ເພາະ. ຫວຽດ​ນາມ ມີ​ທັດ​ສະ​ນີ​ຍະ​ພາບທີ່​ໂດ່ງ​ດັງຫຼາຍ​ແຫ່ງ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ໂລກ, ມີ​ຝັ່ງ​ທະ​ເລ​ຍາວ ແລະ ອາ​ກາດ​ເຂດ​ຮ້ອນ​ສະ​ດວກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ທະ​ເລ. ຄ​ຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ວັດ​ທະ​ນະ​ທຳຫຼາຍ​ຮູບ​ຫຼາຍ​ແບບ ແລະ ອຸ​ດົມ​ສົມ​ບູນ, ມີ​ປູ​ຊາ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ໂດ່ງ​ດັງ, ຊາວ ຫວຽດ​ນາມ ສະ​ໜິດ​ສະ​ໜົມ, ຮັ​ກ​ແພງ​ແຂກ​ຄົນ, ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ທ່ອງ​​ທ່ຽວ ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ເຮັດ​ໃຫ້​ແຂກ​ທ​່​ອງ​ທ່ຽວ​ເພິ່ງ​ພໍ​ໃຈ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ຢູ​ແກຼນ. ໃນ​ໄລ​ຍະ​ຜ່ານ​ມາ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັບ​ດ​າ​ອົງ​ການ​ກ່ຽ​ວ​ຂ້ອງ, ບັນ​ດາວ​ິ​ສາ​ຫະ​ກິດ​ທ່ອງ​ທ່ຽວ 2 ປະ​ເທດ​ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ທີ່​ສຸດ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ຢູ​ແກຼນ ມາ​ທ່ອງ​ທ່ຽວ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ