ກອງປະຊຸມສຳມະນາ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ

(VOVWORLD) -  ທີ່ກອງປະຊຸມສຳມະນາ, ບັນດານາຍພົນ, ບັນດານັກຮົບເກົ່າ, ຕົວພະຍານປະຫວັດສາດ, ບັນດານັກວິທະຍາສາດ ຢັ້ງຢືນວ່າ ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ...
ກອງປະຊຸມສຳມະນາ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ: ຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ ໃນແນວຮົມເທິງອາກາດ”. ກອງປະຊຸມສຳມະນາ ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” (12/1972 – 12/2017).

        ທີ່ກອງປະຊຸມສຳມະນາ, ບັນດານາຍພົນ, ບັນດານັກຮົບເກົ່າ, ຕົວພະຍານປະຫວັດສາດ, ບັນດານັກວິທະຍາສາດ ຢັ້ງຢືນວ່າ ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ແມ່ນໄຊຊະນະຂອງເຈດຈຳນົງ, ນ້ຳໃຈອົງອາດກ້າຫານ, ຄຸນນະທາດ, ພູມປັນຍາ ແລະ ຄວາມປີຊາສາມາດດ້ານການທະຫານ, ຄວາມສະຫຼາດ, ຫົວຄິດປະດິດສ້າງ, ກ້າຕີ ແລະ ຕັດສິນໃຈຍາດເອົາໄຊຊະນະສ້າງກຳລັງແຮງ ຫວຽດນາມ ໃນແນວຮົບເທິງອາກາດ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ພົນຕີ ຫງວຽນດືກຊ໋ວາດ, ອະດີດຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ເຄີຍເປັນນັກບິນ ຍິງເຮືອບິນ ອາເມລິກາ ຕົກຫຼາຍລຳ, ຖືວ່າ:

        “ຄວາມໝາຍຂອງໄຊຊະນະເທິງອາກາດ ໃນ 12 ວັນ ແລະ ຄືນ ບໍ່ພຽງແຕ່ແມ່ນໄຊຊະນະຂອງບັ້ນຮົບໜຶ່ງເທົ່ານັ້ນ, ມັນຍັງແມ່ນໄຊຊະນະມີລັກສະນະຍຸດທະສາດອີກດ້ວຍ, ບັງຄັບໃຫ້ ອາເມລິກາ ເຊັນສັນຍາ ປາຣີ ແລະ ສິ້ນສຸດການຮຸກຮານ ຫວຽດນາມ. ມີຫຼາຍບົດຮຽນໄດ້ຖອດຖອນມາຈາກໄຊຊະນະນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ