ກອງປະ​ຊຸມ​ສຳ​ມະ​ນາ “ເພີ່ມ​ມ​ພູນ​ຄູນ​ສ້າງ​ຄຸນ​ຄ່າ​ຄອບ​ຄົວ​ຫວຽດ​ນາມ-ຮັບ​ຮູ້ ແລະ ມາດ​ຕະ​ການ”

(VOVWORLD) -
 
ກອງປະ​ຊຸມ​ສຳ​ມະ​ນາ “ເພີ່ມ​ມ​ພູນ​ຄູນ​ສ້າງ​ຄຸນ​ຄ່າ​ຄອບ​ຄົວ​ຫວຽດ​ນາມ-ຮັບ​ຮູ້ ແລະ ມາດ​ຕະ​ການ” - ảnh 1

 (ພາບປະກອບ)

    ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ “ນຳມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ ເຂົ້າຊີວິດຕົວຈິງ ເພີ່ມພູນຄູນສ້າງຄຸນຄ່າຄອບຄົວຫວຽດນາມ-ຮັບຮູ້ ແລະ ມາດຕະການ” ໂດຍສູນກາງສະຫະພັນແມ່ຍິງຫວຽດນາມ ສົມທົບກັບສະຖາບັນຄົ້ນຄ້ວາຄອບຄົວ ແລະ ເພດ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 28 ມິຖຸນາຢູ່ ຮ່າໂນ້ຍ. ທ່ານນາງ ຮ່າທິງາ, ປະທານ ສະຫະພັນແມ່ຍິງຫວຽດນາມ ເນັ້ນໜັກວ່າ:

  ທາງສະຫະພັນແມ່ຍິງ ສືບຕໍ່ໄດ້ກຳນົດໜ້າທີ່ຈຸດສຸມ ນັ້ນແມ່ນ, ສ້າງຄອບຄົວ  ແລະ ເພີ່ມພູນຄູນສ້າງບັນດາຄຸນຄ່າອັນດີງາມຂອງຄອບຄົວຫວຽດນາມ ພ້ອມກັບ ການຜັນຂະຫຍາຍຂະບວນການແຂ່ງຂັນ ແລະ ບັ້ນຂົນຂວາຍ “ສ້າງຄອບຄົວ 5 ບໍ່, 3 ສະອາດ, ປະກອບສ່ວນ ເພີ່ມພູນຄູນສ້າງຄຸນຄ່າຄອບຄົວຫວຽດນາມ”. ສະນັ້ນ, ການຄົ້ນຄ້ວາ, ຊີ້ໃຫ້ເຫັນບັນດາຄຸນຄ່າຄອບຄົວທີ່ເປັນແກ່ນສານ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງແມ່ຍິງ ແລະ ພາລະໜ້າທີ່ຂອງສະຫະພັນແມ່ຍິງ, ພ້ອມທັງໄດ້ກຳນົດມາດຕະການຕົວຈິງ ເພື່ອເພີ່ມພູນຄູນສ້າງຄຸນຄ່າຄອບຄົວຫວຽດນາມ ໃນໄລຍະໃໝ່ ແມ່ນພາລະກຳຂອງສະຫະພັນແມ່ຍິງ, ປະກອບສ່ວນປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ