ກອງປະຊຸມສຳມະນາການລົງທຶນຢູ່ຫວຽດນາມທີ່Osaka,ຍີ່ປຸ່ນ
ກອງປະຊຸມສຳມະນາການລົງທຶນຢູ່ ຫວຽດນາມທີ່ Osaka, ຍີ່ປຸ່ນ
(ພາບ:TTXVN)
(vovworld) – ວັນທີ 27/5, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Osaka, ປະເທດ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາການລົງທຶນຢູ່ ຫວຽດນາມ ທີ່ສະຫງວນໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ຢູ່ເຂດ Kansai ດ້ວຍການເຂົ້າຮ່ວມ ແລະ ການໜູນຊ່ວຍຂອງບັນດາອົງການເສດຖະກິດຢູ່ເຂດ Kansai ທີ່ເຄື່ອນໄຫວໃນບັນດາຂົງເຂດຜະລິດອຸດສາຫະກຳ, ກົນຈັກປຸ່ງແຕ່ງ, ກະສິກຳ, ດຳເນີນທຸລະກິດນຳເຂົ້າ-ສົ່ງອອກ, ເຄື່ອງສຳອາງ, ການກໍ່ສ້າງ, ທະນາຄານ, ກໍ່ສ້າງຊັບພະຍາກອນມະນຸດ…
ກ່າວຄຳເຫັນທີ່ກອງປະຊຸມ, ບັນດາວິສາຫະກິດ ຍີ່ປຸ່ນ ຕີລາຄາສູງຄວາມສາມາດບົ່ມຊ້ອນ, ບັນດາກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນສະພາບການສ້າງຕັ້ງປະຊາຄົມເສດຖະກິດສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນວັນທີ 31/12/2015 ແລະ ເລື່ອງ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ຕົກລົງການຄ້າເສລີຫຼາຍຝ່າຍໃນພາກພື້ນຄື: ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEF). ບັນດາວິສາຫະກິດສະແດງຄວາມປາດຖະໜາວ່າ: ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍບັນດາວິສາຫະກິດ ຍີ່ປຸ່ນ ປະຕິບັດບັນດາແຜນການດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ ໃຫ້ປະສົບຜົນສຳເລັດ, ສ່ວນບັນດາລະບຽບການອະນຸຍາດໃຫ້ລົງທຶນຄວນໄດ້ຮັບການແກ້ໄຂຢ່າງວ່ອງໄວກ່ວາອີກ.