ກອງປະຊຸມສຳມະນາການສຶກສາ 2017 ກ່ຽວກັບຄຸນນະພາບການສຶກສາສາມັນ

(VOVWORLD) - ຕອນເຊົ້າວັນທີ 22 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະກຳມະການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ເດັກນ້ອຍຂອງສະພາແຫ່ງຊາດ ຈັດຕັ້ງກອງປະຊຸມສຳມະນາການສຶກສາ 2017 ກ່ຽວກັບຄຸນນະພາບການສຶກສາສາມັນ.

ກອງປະຊຸມສຳມະນາການສຶກສາ 2017 ກ່ຽວກັບຄຸນນະພາບການສຶກສາສາມັນ - ảnh 1 ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ

(ພາບ: giaoduc.net.vn)

ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ, ພື້ນຖານການສຶກສາ ຫວຽດນາມ ໃນຊຸມປີຜ່ານມາບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປ່ຽນໃໝ່, ມຸ່ງໄປສູ່ຈຸດໝາຍຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າການພັດທະນາດ້ານວິທະຍາສາດ - ເຕັກໂນໂລຢີຢ່າງບໍ່ຢຸດຢັ້ງນັ້ນ, ມັນໄດ້ຮຽກຮ້ອງໃຫ້ມີການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນໄລຍະປ່ຽນໃໝ່, ສະນັ້ນພື້ນຖານການສຶກສາ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ໃຫ້ມີການປ່ຽນໃໝ່ໂດຍພື້ນຖານ, ຮອບດ້ານ ເພື່ອຕອບສະໜອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ, ຄວາມຕ້ອງການຮຳ່ຮຽນຕະຫຼອດຊີວິດຂອງປະຊາຊົນໃຫ້ດີກວ່າເກົ່າ. ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ກອງປະຊຸມສຳມະນາແມ່ນໂອກາດເພື່ອຮັບເອົາບັນດາຄວາມເຫັນຂອງນັກວິທະຍາສາດ, ບັນດານັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບບັນຫາຕົ້ນຕໍ່ໃນການຍົກສູງຄຸນນະພາບການສຶກສາສາມັນຕໍ່ຫນ້າຄວາມຮຽກຮ້ອງຕ້ອງການພັດທະນາຄຸນນະທາດ, ຄວາມສາມາດຂອງຜູ້ຮຽນຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ