ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 3/7, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ປະຈຳ ນະຄອນໂຮ່ຈິມີນ ໄດ້ສົມທົບກັບສະຫະສະມາຄົມນັກປະມູນກໍ່ສ້າງຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ກາລະໂອກາດ ແລະ ສິ່ງທ້າທາຍຂອງຂະແຫນງກໍ່ສ້າງເມື່ອເຊື່ອມໂຍງເຂົ້າກັບອາຊຽນ”. ທີ່ກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາ ແລະ ບັນດາວິສາຫະກິດ ພ້ອມກັນແບ່ງປັນຂໍ້ມູນຂ່າວກ່ຽວກັບຂົງເຂດກໍ່ສ້າງຂອງຫວຽດນາມປະຈຸບັນ. ຜູ້ແທນສ່ວນຫລາຍຖືວ່າ ຂະແຫນງກໍ່ສ້າງຫວຽດນາມ ພວມຢືນຕໍ່ຫນ້າສິ່ງທ້າທາຍຫລາຍຢ່າງເມື່ອບັນດາສັນຍາ ອາຊຽນ ມີຜົນສັກສິດໃນວັນທີ 31/12/2015. ເພື່ອຄົງຕົວແລະພັດທະນາ, ກ່ອນອື່ນ ບັນດາວິສາຫະກິດໃນຂະແຫນງກໍ່ສ້າງຄວນຊອກຮູ້ຂໍ້ມູນຂ່າວກ່ຽວກັບຕະຫລາດອາຊຽນ ຢ່າງລະອຽດ. ຄຽງຄູ່ກັນນັ້ນ ບັນດາຂະແຫນງການກ່ຽວຂ້ອງ ຄວນຫນູນຊ່ວຍວິສາຫະກິດບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີວິຊາສະເພາະສູງໃນຂະແຫນງກໍ່ສ້າງເພື່ອຍົກສູງກຳລັງຄວາມສາມາດຂອງພື້ນຖານເສດຖະກິດປະເທດຊາດ.