ກອງປະຊຸມສຳມະນາ“ກຳມາທິການກ່ຽວກັບບັນດາບັນຫາສັງຄົມກັບນະໂຍບາຍກົດໝາຍ”

ກອງປະຊຸມສຳມະນາ“ກຳມາທິການກ່ຽວກັບບັນດາບັນຫາສັງຄົມກັບນະໂຍບາຍກົດໝາຍ” - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 26/06 ກຳມາ​ທິການ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ກຳມາ​ທິການ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສັງຄົມ​ກັບ​ນະ​ໂຍບາຍ​ກົດໝາຍຊຸກຍູ້​ຄວາມ​ຄື​ບໜ້າ​ ແລະ ຄວາມຍຸຕິ​ທຳ​ທາງ​ສັງຄົມ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ກາລະ​ໂອກາດ​​ເພື່ອຫວນ​ຄືນ, ​ແບ່ງປັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ບົນ​ເສັ້ນ​ທາງ​ແຫ່ງ​ການ​ສ້າງສາ ​ແລະ ປັບປຸງລະບອບ​ນະ​ໂຍບາຍ​ເທື່ອ​ລະ​ກ້າວ ​ເພື່ອ​ແນ​ໃສ່​ຊຸກຍູ້ບັນດາ​ຄຸນຄ່າ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ເພື່ອ​ມະນຸດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ​ໃນ​ຕະຫລອດ 40 ປີຜ່ານມາ, ກຳມາ​ທິການ​ກ່ຽວ​ກັບບັນ​ດາ​ບັນຫາ​ສັງຄົມ ​ໄດ້​ຢືນຢັນ​ບົດບາດ​ເປັນ​ເສນາ​ທິການ ​ແລະ ການ​ປະກອບສ່ວນ​ຢ່າງ​ແທ​ດຈິງຂອງ​ຕົນ​ເຂົ້າ​ບັນດາ​ຜົນງານ​ສຳຄັນ​ຂອງ​ການ​ພັດທະນາ​ລະບອບ​ນະ​ໂຍບາຍສັງຄົມ. ດ້ວຍ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​, ມີຫົວຄິດ​ປະດິດສ້າງ, ​ເສີມ​ຂະຫຍາ​ຍ​ປັນຍາ​ເປັນ​ລວມໝູ່​ ​ແລະ ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳມາ​ທິກາ​ນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ວິວັດທະນາ​ການ​ປ່ຽນ​ໃໝ່, ​ເປີດ​ກ້ວາງ​ປະຊາທິປະ​​ໄຕ​​ໃນການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່​ງຊາ​ດ ​ແລະ ສ້າງ​ອາລົມ​ຈິດ​ອັນ​ສະໜິດ​ສະໜົມ​ຂອງ​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ​ເຊື່ອ​ໝັ້ນ​ວ່າ ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຊຸດ​ທີ 14 ​ແລະ ບັນດາອາຍຸ​ການ​ຕໍ່​ໄປ​ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ປະກອບ​ສ່ວນ​ເຂົ້າ​ພາລະກິດ​ຊຸກຍູ້​ບັນດາ​ຄຸນຄ່າ​ຍຸຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ສັງຄົມ​ໃນ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບສາກົນ

 

 

 

ຂ່າວ/ບົດ​ອື່ນ