ພາບປະກອບ:internet
|
(vovworld) - ວັນທີ 6/11, ພະແນກວັດທະນະທຳກິລາ ແລະ ການທ່ອງທ່ຽວແຂວງ Khanh Hoa ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ຮຽບຮຽງ, ຄົ້ນຄ້ວາບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງວັດທະນະທຳ ທະເລ, ໝູ່ເກາະ ຢູ່ ແຂວງ Khanh Hoa. ທີ່ກອງປະຊຸມສຳມະນາ, ບັນດາບັນຫາວັດທະນະທຳ ທະເລ, ໝູ່ເກາະຕິດພັນກັບເຈື່ອງຊາ ແລະ ຮ່ວາງຊາໄດ້ຮັບການແນະນຳ, ປຶກສາຫາລືຈາກບັນດາຜູ້ແທນ. ບັນດານັກຄົ້ນຄ້ວາມາຈາກວິທະຍາຄານກອງທັບເຮືອໄດ້ຢືນຢັນວ່າ: ການພັດທະນາວັດທະນະທຳຢູ່ເມືອງເກາະ ເຈື່ອງຊາ ມີຄວາມໝາຍພິເສດ, ແມ່ນຈຸດໝາຍ, ກຳລັງຫນູນຂອງພາລະກິດພັດທະນາເສດຖະກິດສັງຄົມ ແລະ ປົກປັກຮັກສາອະທິປະໄຕ ທະເລ, ໝູ່ເກາະ . ດຣ Tran Duc Anh Son ຮອງຫົວຫນ້າສະຖາບັນຄົ້ນຄ້ວາພັດທະນາເສດຖະກິດສັງຄົມ ນະຄອນ Da Nang ໄດ້ແນະນຳເອກະສານນັບຮ້ອຍສະບັບຂອງຝ່າຍຕາເວັນຕົກທີ່ກ່ຽວຂ້ອງເຖິງບັນຫາຢັ້ງຢືນອະທິປະໄຕຂອງຫວຽດນາມສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ດຣ Tran Duc Anh Son ໃຫ້ຮູ້ວ່າ:
“ການຄົ້ນຄ້ວາກ່ຽວກັບວັດທະນະທຳທະເລ, ກ່ຽວກັບປະຫວັດສາດ, ວັດທະນະທຳ, ຊີວິດການເປັນຢູ່ ແລະ ມະນຸດ ທັງໝົດແມ່ນພິສູດໃຫ້ເຫັນວ່າຊາວຫວຽດນາມໄດ້ມີການສະຫນິດຕິດພັນຢ່າງແຫນ້ນແຟ້ນກັບ ຮ່ວາງຊາ ແລະ ເຈື່ອງຊາ ມາແຕ່ດົນນານແລ້ວ. ສິ່ງດັ່ງກ່າວຢືນຢັນວ່າ: ຊາວຫວຽດນາມ ບໍ່ພຽງແຕ່ຂຸດຄົ້ນເທົ່ານັ້ນ ຫາກຍັງປະຕິບັດ ແລະ ດຳລົງຊີວິດ, ປົກປັກຮັກສາອະທິປະໄຕຢູ່ໝູ່ເກາະນີ້ມາແຕ່ດົນນານແລ້ວ.”