(ພາບ:ອິນເຕີແນັດ)
(VOV)- ວັນທີ 13/11, ກອງປະຊຸມສຳມະນາຫົວເລື່ອງສະເພາະເພື່ອແນໃສ່ເພີ່ມທະວີຄວາມສາມາດເຈລະຈາການຄ້າໃຫ້ແກ່ເຈົ້າໜ້າທີ່ຂັ້ນສູງກຳປູເຈຍ ໄດ້ໄຂຂຶ້ນຢູ່ປະເທດກຳປູເຈຍ. ນີ້ແມ່ນກອງປະຊຸມສຳມະນາທຳອິດໃນບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະໂດຍຄະນະເລຂາອາຊຽນ ສົມທົບກັບກະຊວງການຄ້າບັນດາປະເທດກຳປູເຈຍ, ລາວ, ມ້ຽນມາ ແລະ ຫວຽດນາມ ຈັດຕັ້ງຂຶ້ນ. ກອງປະຊຸມສຳມະນາໄດ້ສຸມໃສ່ບັນດາຫົວເລື່ອງນະໂຍບາຍການຄ້າພາກພື້ນ ແລະ ຫຼາຍຝ່າຍ, ການເຈລະຈາດ້ານການຄ້າໃນກະສິກຳ, ບັນດາມາດຖານຫຼັກອະນາໄມ ແລະ ກວດໂລກລະບາດສັດ, ບັນດາຮົ້ວກີດຂວາງດ້ານເຕັກນິກສຳລັບການຄ້າ ແລະ ບັນດາບັນຫາການຄ້າໃໝ່ຄືມາດຖານແຮງງານໃນສັນຍາການຄ້າ. ທ່ານ Pich Rithi ຫົວໜ້າກົມການຄ້າພາຍໃນປະເທດ ກະຊວງການຄ້າກຳປູເຈຍ ເນັ້ນໜັກວ່າການບຳລຸງສ້າງກ່ຽວກັບການເຈລະຈາ ແລະ ນະໂຍບາຍການຄ້າແມ່ນສຳຄັນທີ່ສຸດໃນການຍົກສູງສະຕິຄວາມຮັບຮູ້ ແລະ ຄວາມຮູ້ໃຫ້ແກ່ບັນດາເຈົ້າໜ້າທີ່ກຳປູເຈຍກ່ຽວກັບບັນດາບັນຫາສາກົນ; ຊ່ວຍຍົກສູງປະສິດທິຜົນແຫ່ງການປະຕິບັດບັນດາສັນຍາການຄ້າເສລີ ອາຊຽນ+1. ກອງປະຊຸມສຳມະນາຫົວເລື່ອງສະເພາະຄັ້ງຕ່າງໆ ທີ່ຄ້າຍຄືກັນຈະຖືກຈັດຂຶ້ນຢູ່ລາວ, ມ້ຽນມາ ແລະ ຫວຽດນາມ ໃນຊຸມເດືອນຕໍ່ໄປ.