ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຍີ່ປຸ່ນ
ເກາະທຽມໂດຍຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ
(ພາບ: Reuters)
(vovworld) - ໃນລະຫວ່າງວັນທີ 22-23/7, ສູນຄົ້ນຄ້ວານະໂຍບາຍສາກົນຂຶ້ນກັບມະຫາວິທະຍາໄລ Meiji (ຍີ່ປຸ່ນ) ໄດ້ເປັນປະທານຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ: “ຊຸກຍູ້ການຮ່ວມມືສາກົນ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ເຂດທະເລອາຊີ”, ໃນນັ້ນສຸມໃສ່ປຶກສາຫາລືກ່ຽວກັບຄວາມຂັດແຍ້ງກັນ ແລະ ວາງອອກບັນດາມາດຕະການ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. ໃນວັນເຮັດວຽກທຳອິດ, ກອງປະຊຸມສຳມະນາໄດ້ດຶງດູດຜູ້ແທນເກືອບ 200 ຄົນເຂົ້າຮ່ວມ, ດ້ວຍບົດທາບທາມຄວາມເຫັນ 11 ບົດ, ບັນດານັກປາຖະກະຖາແມ່ນບັນດາອະດີດເຈົ້າໜ້າທີ່ຂັ້ນສູງ, ບັນດາ ສາດສະດາຈານຢູ່ບັນດາມະຫາວິທະຍາໄລ, ບັນດາສູນຄົ້ນຄ້ວາແຖວໜ້າຂອງຍີ່ປຸ່ນ, ອາເມລິກາ, ຫວຽດນາມ, ໄຕຫວັນ (ຈີນ) ໄດ້ສຸມໃສ່ໄຈ້ແຍກສະພາບໃໝ່ທີ່ສຸດຢູ່ທະເລຕາເວັນອອກ; ແຜນນະໂຍບາຍ, ນະໂຍບາຍຂອງບັນດາປະເທດ, ເຂດແຄ້ວນທີ່ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມເຖິງຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ, ພ້ອມທັງແນະນຳບັນດາມາດຕະການ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດທະເລສຳຄັນຂອງພາກພື້ນເສດຖະກິດໂລກ.