ກອງປະຊຸມສຳມະນາກ່ຽວກັບວິທະຍາສາດເຕັກໂນໂລຢີຮັບໃຊ້ການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່

ກອງປະຊຸມສຳມະນາກ່ຽວກັບວິທະຍາສາດເຕັກໂນໂລຢີຮັບໃຊ້ການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 6/12, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ​ສົ​ມ​ທົບ​ກັບ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ. ​ບົດລາຍ​ງານ​ທີ່ກອ​ງ​ປະ​ຊຸມ​ຢັ້ງ​ຢືນວ່າ: ​ພັກ ແລະ ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ລົງ​ທຶນ​ພັດ​ທະ​ນາ​ຄົ້ນ​ຄ້​ວາ ແລະ ຖ່າຍ​ທອດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຮັບ​ໃຊ້​ກະ​ສິ​ກຳ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ, ໃຫ້​ຮູ້​ວ່າ:

        “ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກະ​ສິ​ກຳ​ບໍ່​ພ​ຽງ​ແຕ່​ລໍ​ຖ້າລັດ​ຖະ​ບານ​ລົງ​ທຶນຫຼາຍ​ກ່​ວາເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຊ​ອກ​ຫາ​ໃນ​ການ​ປ່ຽນ​ໃໝ່​ນະ​ໂຍ​ບາຍ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ສົ່ງ​ເສີມ​ບັນ​ດາ​ອົງ​ການ​ຂອງ​ລັດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ ແລະ ພິເສດ​ຕ້ອງ​ດຶງ​ດູດ ແລະ ສ​ົ່ງ​ເສີມ​ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້​ວາ​ນຳ​ໃຊ້​ການ​ຖ່າຍ​ທອດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ກ່​ວາ​ອີກ.”

 

ຂ່າວ/ບົດ​ອື່ນ