ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ
(ພາບ: infonet.vn)
(vovworld) – ໂດຍໄດ້ຮັບຄຳເຊີນຂອງຫໍສະໝຸດປະທານາທິບໍດີ Lyndon Baines Johnson ຂຶ້ນກັບມະຫາວິທະຍາໄລ Texas ຢູ່ນະຄອນ Austin, ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບສົງຄາມ ຫວຽດນາມ, ເຊິ່ງດຳເນີນໄປໃນລະຫວ່າງວັນທີ 26 -28/4. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ແລະ ນັກການເມືອງ ແລະ ອະດີດນັກການເມືອງ ອາເມລິກາ ຫຼາຍທ່ານເຂົ້າຮ່ວມກອງປະຊຸມສຳມະນາ. ທີ່ວາລະປຶກສາຫາລືໃນວັນທີ 28/4, ດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ອາເມລິກາ ໃນສັດຕະວັດທີ 21: ການເປີດສາກ”, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໃຫ້ຮູ້ວ່າ: 2 ປະເທດໄດ້ຜ່ານຜ່າໄລຍະສົງຄາມທີ່ເຕັມໄປດ້ວຍຄວາມເຈັບປວດ, ດ້ວຍຜົນຮ້າຍຢ້ອນຫຼັງໜັກໜ່ວງຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນໄດ້ກ້າວເຂົ້າສູ່ໜ້າປະວັດສາດໃໝ່. ສຳລັບດ້ານການເມືອງ, 2 ປະເທດໄດ້ຢັ້ງຢືນກ່ຽວກັບຫຼັກການເຄົາລົບ “ລະບອບການເມືອງ ແລະ ເອກະລາດອະທິປະໄຕ” ຂອງກັນ. ກ່ຽວກັບດ້ານເສດຖະກິດ, ການຄ້າ, ພາຍຫຼັງໄລຍະກ່ວາ 20 ປີ, ການແລກປ່ຽນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນທົບ 90 ເທື່ອ, ຈາກວົງເງິນ 500 ລ້ານ USD ໃນປີ 1994 ຂຶ້ນເຖິງ 45 ຕື້ USD ໃນປີ 2015. ທ່ານ ຟ້າມກວາງວີງ ສະເໜີໃຫ້ຝ່າຍ ອາເມລິກາ ຮັບຮອງ ຫວຽດນາມ ແມ່ນປະເທດມີກົດລະບຽບເສດຖະກິດການຕະຫຼາດໂດຍໄວ ແລະ ຍົກເລີກຄຳສັ່ງຫ້າມອາວຸດສຳລັບ ຫວຽດນາມ ຢ່າງສົມບູນ. ທ່ານ ຟ້າມກວາງວີງ ຢັ້ງຢືນວ່າ: ນີ້ຈະແມ່ນສະພາບທີ່ສະດວກໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ Barack Obama.