ກອງປະຊຸມສຳມະນາກ່ຽວກັບສິລະປະຫວຽດນາມ ຢູ່ຝລັ່ງ

ກອງປະຊຸມສຳມະນາກ່ຽວກັບສິລະປະຫວຽດນາມ ຢູ່ຝລັ່ງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບສິລະ​ປະ​ຫວຽດນາມ, ວິ​ທະ​ສຳ​ພັດ​ໃໝ່
(ພາບ: vietnamplus.vn)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບສິລະ​ປະ​ຫວຽດນາມ, ວິ​ທີ​ສຳ​ພັດ​ໃໝ່ ດຳ​ເນີນ​ໄປ​ໃນ​ວັນ​ທີ 04/09, ຢູ່​ຫໍພິພິດ​ຕະພັນ​ແຫ່ງ​ຊາດ​ອາຊີ Guimet. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ບັນດາ​ເຫດການ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ ​ເຊິ່ງລວມມີ​ງານ​ວາງສະ​ແດງພາບ​ສີ​ຂັດ​ມັນ, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ການປຶກສາ​ຫາລື​ໂຕະມົນ ​ແລະ ສາຍຮູບ​ເງົາ​ເອກະສານ ທີ່ດຳ​ເນີນ​ໄປ​ຢູ່​ບັນດາ​ຫໍພິພິດ​ຕະພັນ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າສິລະ​ປະປາຣີ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຫວຽດນາມ ປະຈຳ​ຝລັ່ງ ​ເຢືອງຈິ​ຢຸງ ຊີ້​ແຈ້ງວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ສິລະ​ປະ​ຫວຽດນາມ ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ແບບ​ສັງລວມ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ໃຫ້​ວົງ​ການ​ນັກຄົ້ນ​ຄ້ວາ ​ແລະ ນັກ​ວິ​ຊາ​ການ​ແລກປ່ຽນ​ກ່ຽວ​ກັບຈຸດທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສິລະ​ປະ​ຫວຽດນາມ, ການ​ເຄື່ອນ​ໄຫວ ​ແລະ ​ເຊື່ອມ​ໂຍງ​ຂອງ​ສິລະ​ປະຫວຽດນາມ, ບັນດາ​ຮູບ​ການ ແລະ ວິທີເຮັດ​ຂອງ​ຫວຽດນາມ ​ໃນ​ການ​ອະ​ນູລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄູນຄ່າ​ສິລະ​ປະ, ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ວັດທະນະທຳທີ່ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ