ກອງປະຊຸມສຳມະນາທິດສະດີຄັ້ງທີ 7 ລະຫວ່າງຫວຽດນາມ ແລະ ຈີນ

ກອງປະຊຸມສຳມະນາທິດສະດີຄັ້ງທີ 7 ລະຫວ່າງຫວຽດນາມ ແລະ ຈີນ  - ảnh 1
(ພາບ:http://www.vietnamplus.vn)

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ຈີນລາຍ​ງານ​ວ່າ: ວັນ​ທີ 28/11, ຄະນະ​ຜູ້ແທນພັກ​ກອມ​ມູນ​ນິດ​ຫວຽດນາມ​ໂດຍ​ທ່ານ ດິງ​ເທ​ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າຮ່ວມ​ກອງປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງທີ 7 ລະຫວ່າງພັກ​ກອມ​ມູນ​ນິດ​ຫວຽດນາມ​ ​ແລະ ພັກ​ກອມ​ມູນ​ນິດ​ຈີນ ຊື່​ງ​ໄດ້​ດຳ​ເນີນ​ໄປ​ຢູ່​ນະຄອນຈຽງເຈົາ, ​ແຂວງ​ຈຽງ​ຊູ ປະ​ເທດ​ຈິນດ້ວຍ​ຫົວ​ຂໍ້: “ປະຕິບັດ​ວຽກ​ງານ​ມະຫາຊົນ​ເປັນ​ຢ່າງ​ດີ​ ໃນ​ສະພາບ​ການ​ໃໝ່-​ບົດຮຽນ​ຂອງ​ຈິນ, ບົດຮຽນ​ຂອງ​ຫວຽດນາມ.” ທ່ານ​ດິງ​ເທ​ຮິງ ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ມີ​ບົດ​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ “ພັກ​ກອມ​ມູນ​ນິດ​ຫວຽດນາມ​ກັບ​ວຽກ​ງານ​ມະຫາຊົນ-​ພຶດຕິ​ກຳ​ຕົວ​ຈິງ ​ແລະ​ບາງ​ບົດຮຽນ”. ​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ທ່ານ​ດິງ​ເທ​ຮິງ ​ແລະ​ທ່ານ​ຫລີ​ວ​ເວີນຊານ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ເລຂາ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ, ຫົວໜ້າ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນ​ນິດ​ຈີນ, ສອງ​ຝ່າຍ​ໄດ້​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ​ຈີນ.
ຂ່າວ/ບົດ​ອື່ນ