ກອງປະຊຸມສຳມະນາບັນດານັກວິທະຍາສາດໜຸ່ມ ຫວຽດນາມ ຢູ່ ສ ເກົາຫຼີ
(VOVWORLD) - ACVYS 2023 ໄດ້ຈັດຂຶ້ນດ້ວຍການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ...
ບັນດານັກວິທະຍາສາດໜຸ່ມ ຫວຽດນາມ ໄດ້ຮັບການເຊີດຊູ
(ພາບ:VOV)
|
ວັນທີ 16 ກໍລະກົດ, ຢູ່ມະຫາວິທະຍາໄລ Sejong, ນະຄອນຫຼວງ ເຊີອຸນ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສ ເກົາຫຼີ (VSAK) ໄດ້ຈັດກອງປະຊຸມສຳມະນາບັນດານັກວິທະຍາສາດໜຸ່ມ ຫວຽດນາມ ຄັ້ງທີ 9 ປີ 2023 (ACVYS 2023). ACVYS 2023 ໄດ້ຈັດຂຶ້ນດ້ວຍການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ພ້ອມກັບການໜູນຊ່ວຍຂອງຫຼາຍວິສາຫະກິດ ຫວຽດນາມ ແລະ ສ ເກົາຫຼີ.
ເຫດການດັ່ງກ່າວ ແມ່ນເວທີປາໄສເພື່ອໃຫ້ບັນດານັກວິທະຍາສາດໜຸ່ມ ຫວຽດນາມ ມີໂອກາດນຳສະເໜີບັນດາໝາກຜົນການຄົ້ນຄ້ວາໃຫມ່ສຸດ ກໍ່ຄືແບ່ງປັນຄວາມເມົາມົວ, ບົດຮຽນໃນການຄົ້ນຄ້ວາວິທະຍາສາດ ແລະ ບັນດາການໝູນໃຊ້ໃນພຶດຕິກຳຕົວຈິງໃນ 7 ຂົງເຂດຄົ້ນຄ້ວາ.
ຄະນະຈັດຕັ້ງ ແລະ ສະພາວິທະຍາສາດໄດ້ຮັບການຈົດທະບຽນ ແລະ ເລືອກເຟັ້ນ 41 ບົດລາຍງານໃນ 7 ຂົງເຂດ. ສະພາວິທະຍາສາດໄດ້ມອບລາງວັນໃຫ້ 7 ນັກປາຖະກະຖາດີເດັ່ນທີ່ສຸດ. ຄະນະຈັດຕັ້ງຍັງໄດ້ມອບລາງວັນໃຫ້ 5 ບຸກຄົນທີ່ມີຜົນງານຄົ້ນຄ້ວນດີເດັ່ນທີ່ສຸດໃນບັນດາຂົງເຂດດັ່ງກ່າວນຳອີກ.