ກອງປະຊຸມສຳມະນາຢູ່ແບນຊິກກ່ຽວກັບກາລະໂອກາດລົງທຶນຢູ່ຫວຽດນາມ

ກອງປະຊຸມສຳມະນາຢູ່ແບນຊິກກ່ຽວກັບກາລະໂອກາດລົງທຶນຢູ່ຫວຽດນາມ - ảnh 1

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ
 ​ເວື​ອງ​ເທື່ອ​ຟອງ ​ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
( ພາບ: huonggiang/TTXVN)

(vovworld) – ວັນ​ທີ 22/9, ຢູ່​ນະຄອນຫລວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ​ແບນ​ຊິກ - ຫວຽດນາມ (CCIBV) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຄວາມ​ຕ້ອງການ​ຂອງ ​ຫວຽດນາມ ​ແລະ​ ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ”. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊິກ ​ເວື​ອງ​ເທື່ອ​ຟອງ ​ໄດ້​ແນະນຳ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງ​ຄົມ​ກໍ​ຄື​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ​ເຊື່ອມໂຍງ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິ​ຮູບ, ​ດຶງ​ດູດ​ການ​ຮ່ວມມື​ລົງທຶນຫລາຍ​ກ່ວາ​ອີກ, ​ໃນ​ນັ້ນ ມີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາຊະ​ອານາ​ຈັກ ​ແບນ​ຊິກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຕີ​ລາຄາ​ສູງ​ການ​ພັດທະນາ​ການ​ພົວພັນ 2 ຝ່າຍ ຫວຽກ​ນາມ - ​ແບນ​ຊິກ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ ​ແມ່ນ​ການ​ປະກອບສ່ວນ​ຕ່າງໆ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ເສດຖະກິດ ​ແລະ ວິ​ສາ​ຫະກິດ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່ ຫວຽດນາມ. ພ້ອມ​ກັນ​ນັ້ນ, ທ່າ​ນ​ເອກ​ອັກຄະ​ລັດຖະທູດ  ເວື​ອງ​ເທື່ອ​ຟອງ ກໍ​ຢືນຢັນ​ວ່າ: ຫວຽດນາມ ພວມ​ກະກຽມ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ ​ເອີ​ລົບ (AVFTA) ​​ແມ່ນ​ໂອກາດ​ດີ​ທີ່​ສຸດ ​ເພື່ອ​ຊຸກຍູ້​ແຮງ​ການ​ພົວພັນ​ດ້ານເສດຖະກິດ, ການ​​ຕ່າງປະ​ເທດ​ລະຫວ່າງ ຫວຽດນາມ ກັບ ​ແບນ​ຊິກ ​ແລະ ອີ​ຢູ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ມີ​ນັກ​ລົງທຶນ​ ​ແບນ​ຊິກ ​ແລະ ​ເອີ​ລົບຫລາຍ​ຄົນມາ​ ຫວຽດນາມ ຜັນ​ຂະຫຍາຍ​​ໂຄງການ​ຕ່າງໆ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຫລາຍ​ຝ່າຍ.

ຂ່າວ/ບົດ​ອື່ນ