(vovworld) - ກອງປະຊຸມສຳມະນາ “ສາສະໜາ ແລະ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ” ໂດຍຄະນະສາສະໜາລັດຖະບານ, ສະພາທິດສະດີສູນກາງສົມທົບກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 31/12, ຢູ່ຮ່າໂນ້ຍ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ເຮັດແຈ້ງບັນດາບັນຫາທິດສະດີທີ່ກ່ຽວຂ້ອງເຖິງການສ້າງຮູບແບບ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມກ່ຽວກັບສາສະໜາຫວຽດນາມ, ນະໂຍບາຍດ້ານສາສະໜາໃນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ເພື່ອແນໃສ່ແກ້ໄຂບັນດາບັນຫາຮີບດ່ວນໃນການພົວພັນລະຫວ່າງລັດ ແລະ ສະມາຄົມພຸດທະສາສະໜາໃນປະຈຸບັນ. ກອງປະຊຸມສຳມະນາເພື່ອແນໃສ່ສ້າງນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານສາສະໜາໃຫ້ສຳເລັດຜົນກວ່າ, ສືບຕໍ່ຢືນຢັນລັກສະນະຄົງຕົວຂອງສາສະໜາໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຈາກນັ້ນ, ມີວີທີນຳໃຊ້ວິທະຍາສາດ, ຖືກຕ້ອງກັບສາສະໜາ, ສ້າງບັນດາປະຖົມປັດໃຈພື້ນຖານ ປະກອບສ່ວນເຂົ້າໃນວຽກງານສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.