(vovworld) - ກອງປະຊຸມສຳມະນາ “ວິສາຫະກິດກະສິກຳ, ສິນໃນນ້ຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພາຍໃຕ້ຜົນກະທົບຂອງການຜັນປ່ຽນດ້ານເສດຖະກິດໂລກປີ 2017” ໂດຍນອນໃນຂອບເຂດຂອງແຜນຮ່າງ “ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອພັດທະນາບັນດາກຸ່ມຮ່ວມສຳພັນຂະແໜງ ໃນລະບົບມູນຄ່າເຂດກະສິກຳຊົນນະບົດ”, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ຢູ່ເກີນເທີ ຈັດຕັ້ງຫວ່າງແລ້ວນີ້. ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານປະລິຍາເອກ ເລດັງແຢງ, ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດກ່ຽວກັບການປ່ຽນແປງຂອງພື້ນຖານເສດຖະກິດ ຕໍ່ໜ້າການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຂອງເສດຖະກິດ - ການເມືອງ ໂລກ. ສະນັ້ນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງສ້າງໂຄງປະກອບເສດຖະກິດຄືນໃໝ່ ເພື່ອຮັບມືກັບບັນດາຄວາມສ່ຽງຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ; ບັນດາຮົ້ວກີດຂວາງດ້ານພາສີ… ຍ້ອນເຫດນັ້ນ, ບັນດາວິສາຫະກິດໃນເຂດ ແລະທົ່ວປະເທດຕ້ອງມີວິທີສຳພັດຢ່າງເໝາະສົມເພື່ອບືນຕົວຕອບສະໜອງຄວາມຮຽກຮ້ອງຕ້ອງການ.