(vovworld) – ສະຖານກົງສູງຫວຽດນາມ ຢູ່ Perth, ລັດອົດສຕາລີ ຕາເວັນຕົກ, ໄດ້ສົມທົບກັບມະຫາວິທະຍາໄລ Edith Cowan (ECU) ຫາກໍຈັດຕັ້ງກອງປະຊຸມສຳມະນາກ່ຽວກັບລະບົບສຶກສາຫວຽດນາມ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານຢູ່ບັນດາມະຫາວິທະຍາໄລທີ່ມີນັກສຶກສາຫວຽດນາມ ພວມຮໍ່າຮຽນເປັນຈຳນວນຫຼວງຫຼາຍ ເນື່ອງໃນໂອກາດວັນຄູຫວຽດນາມ (20/11). ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຫົວໜ້າສະຖານກົງສູນຫວຽດນາມ ເລວຽດຢວຽນ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບລະບົບສຶກສາຫວຽດນາມ ຂອງມະຫາວິທະຍາໄລ ECU. ນັກສຶກສາທີ່ພວມຮໍ່່າຮຽນຢູ່ອົດສຕາລີ ຈະແມ່ນບັນດາແຫຼ່ງກຳລັງອັນປະເສີດໃນການຮັບເອົາສິ່ງຍອດຍິ່ງດ້ານການສຶກສາຂອງໂລກ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອົດສຕາລີ.