ກອງປະຊຸມສຳມະນາສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU

ກອງປະຊຸມສຳມະນາສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU - ảnh 1
(ພາບປະກອບ)

(vovworld) -     ​ໂດຍກະກຽມ​ໃຫ້​ເລື່ອງ​​ໃຫ້​ສັນຕະຍາ​ບັນ ​ແລະ ຜັນ​ຂະຫຍາຍສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ສະຫະພາບ​ເອີ​ລົບ (EU), ວັນ​ທີ 23/10, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົມທົບ​ກັບ​ຄະນະ​ຜູ້​ແທນ EU ປະຈຳ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສັນຍາ​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ​ (PCA): ຂອບ​​ເຂດ​ການ​ຮ່ວມ​ມື​ໃໝ່​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - EU”. ກອງ​ປະຊຸ​ມສຳ​ມະ​ນາ​ໄດ້​ປຶກສາ​ຫາລື 3 ​ເນື້ອ​ໃນ​ຕົ້ນ​ຕໍ; ​ແນະນຳ PCA ​ແລະ ຄວາມ​ສຳຄັນ​ຂອງ​ສັນຍາ​ທີ່​ມີ​ຕໍ່​ການ​ພົວພັນ​ຫວຽດນາມ - EU; ຕີ​ລາຄາ​ແງ່​ຫວັງ, ຄວາມ​ສະດວກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ຜັນ​ຂະຫຍາຍ PCA ​ເພື່ອ​ສ້າງ​ທິດ​ທາງ​ຍຸດ​ທະ​ສາດ​ຮ່ວມ​ມື​ກັບ EU ​​ແລະ ສະ​ເໜີ​ປື້​ມກ່ຽວ​ກັບ PCA.

        ຕາມ​ການ​ຕີ​ລາຄາ​ຂອງ​ທັງ​ສອງ​ຝ່າຍ, PCA ​ໄດ້​ສ່ອງ​ແສງບາດກ້າວ​ພັດທະນາ​ຢ່າງ​​ເລິກ​​ເຊິ່ງກວ້າງ​ຂວາງ​ຂອງ​ການ​ພົວພັນ​ຫວຽດນາມ - EU ພາຍຫຼັງ​ເວລາ 20 ກ່າວ​ປີ​ແຫ່ງ​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ແລະ ​ລະ​ກັບ​ການ​ຮ່ວມ​ມື​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ