ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນ ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ

(VOVWORLD) - ວັນທີ 17 ທັນວາ, ທີ່ໂຮງຮຽນຄົ້ນຄວ້າສາກົນຂຶ້ນກັບມະຫາວິທະຍາໄລ Jawaharlal Nehru (JNU) ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນເດຍ ຢ່າງເປັນທາງການ (1958 - 2018). 

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ນຳສະເໜີຜນງານກ່ຽວກັບປະຫວັດສາດການຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດເປັນເອກະພາບຂອງ ຫວຽດນາມ; ບົດບາດຂອງປະທານ ໂຮ່ຈີມິນ ກໍ່ຄືອະດີດນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ໃນການສ້າງພື້ນຖານໃຫ້ແກ່ການພົວພັນ 2 ປະເທດ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຢືນຢັນວ່າ ປະທານໂຮ່ຈີມິນ ແມ່ນນັກວິລະຊົນປົດປ່ອຍ ຊາດ, ນັກວັດທະນະທຳດີເລີດຂອງ ຫວຽດນາມ… ແລະ ຜູ້ກໍ່ຕັ້ງພື້ນຖານການທູດ ຫວຽດນາມ. ການທູດຂອງເພີ່ນໄດ້ປະໄວ້ໃຫ້ການທູດ ຫວຽດນາມ ມໍລະດົກອັນໃຫຍ່ຫລວງ, ໃນນັ້ນມີການພົວພັນ ຫວຽດນາມ - ອິນເດຍ ຊຶ່ງປະທານ ໂຮ່ຈີມິນ ແລະ ອະດີດນາຍົກລັດຖະມົນຕີ Jawaharlal Nehru ໄດ້ເພີ່ມພູນຄູນສ້າງນັບມື້ນັບໄດ້ແຕກດອກອອກຜົນ. ສິ້ນສຸດກອງປະຊຸມສຳມະນາດ້ວຍການຖາມ-ຕອບທີ່ກ່ຽວຂ້ອງເຖິງປະຫວັດສາດ ຫວຽດນາມ ຍຸກປັດຈຸບັນ ກໍ່ຄືບາງບັນຫາໃນການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ