ພາບປະກອບ:internet
|
(vovworld) - ໃນວັນທີ 9-10/4 ຢູ່ແຂວງ ຮ່ວາບິ່ງ, ກົມປົກປ້ອງ, ເບິ່ງແຍງດູແລເດັກໄດ້ສົມທົບກັບກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF) ຢູ່ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການສ້າງກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ (ສະບັບປັບປຸງ). ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ຕີລາຄາລະບົບນະໂຍບາຍ, ກົດໝາຍກ່ຽວກັບສິດຂອງເດັກຢູ່ຫວຽດນາມບົນພື້ນຖານບັນດາມາດຕະຖານສາກົນ; ຍົກໃຫ້ເຫັນການພົບເຫັນ ແລະ ໄຈ້ແຍກກ່ຽວກັບບັນດາເນື້ອໃນທີ່ຍັງຄົງຄ້າງ, ບໍ່ມີຄວາມເປັນໄປ ແລະ ບັນດາເນື້ອໃນບໍ່ທັນໄດ້ຮັບການກຳນົດໃນເອກະສານນິຕິກຳສະບັບຕ່າງໆ ຂອງຫວຽດນາມໃນປະຈຸບັນ; ສະເຫນີປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ. ເລື່ອງຮັບຮອງເອົາກົດໝາຍປົກປ້ອງ, ເບິ່ງແຍງ ແລະ ສຶກສາເດັກ ເປັນການສ້າງກອບກົດໝາຍທີ່ສຳຄັນສຳລັບວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ, ຊຸກຍູ້ການປະຕິບັດບັນດາສິດພື້ນຖານຂອງເດັກໃຫ້ດີກວ່າ. ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດຂອງເດັກຂອງສະຫະປະຊາຊາດໄວກວ່າໝູ່.