(vovworld) - ເພື່ອໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າຫວຽດນາມ, ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ກັບວິສາຫະກິດຝລັ່ງ, ເປີດກວ້າງຕະຫຼາດສົ່ງອອກ, ໂດຍສະເພາະແມ່ນຜະລິດຕະພັນເສດປຸງແຕ່ງຂອງຫວຽດນາມ, ຮຽກຮ້ອງການຮ່ວມມືລົງທຶນ ແລະ ດຳເນີນທຸລະກິດຂອງບັນດາວິສາຫະກິດຝລັ່ງ… ນັ້ນແມ່ນຈຸດປະສົງຕົ້ນຕໍຂອງກອງປະຊຸມສຳມະນາຫວຽດນາມ - ຝລັ່ງ ເຊິ່ງດຳເນີນໃນວັນທີ 20/10, ຢູ່ນຳນັກງານບໍລິຫານນະຄອນປາຣີ, ປະເທດຝລັ່ງ. ກອງປະຊຸມສຳມະນາ “ກາລະໂອກາດເພີ່ມທະວີການແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ຝລັ່ງ ໃນຂອບເຂດສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EU)” ໂດຍກະຊວງອຸດສາຫະກຳ, ສະຖານທູດຫວຽດນາມ ປະຈຳຝລັ່ງ ສົມທົບກັບອົງການພັດທະນາການຄ້າຝລັ່ງ, ອຳນາດການປົກຄອງນະຄອນປາຣີ ແລະ ບາງຄູ່ຮ່ວມມືອື່ນຈັດຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳຝລັ່ງ ທ່ານນາງ ຫວຽນກີນແອງ ເນັ້ນໜັກວ່າ.
“ປີ 2016, ເປັນຂີດໝາຍສຳຄັນສຳລັບບັນດາເຫດການໃຫຍ່: ເປີດສາກແມ່ນກອງປະຊຸມສຳມະນາຫວຽດນາມ ຢູ່ສະພາສູງຝລັ່ງ; ກອງປະຊຸມສຳມະນາ ແລະ ສັບປະດາສິນຄ້າຫວຽດນາມ ຢູ່ Lyon ແລະ ພິເສດແມ່ນການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີຝລັ່ງ ໃນຕົ້ນເດືອນ 09. ກອງປະຊຸມສຳມະນາຖືກດຳເນີນໃນສະພາບທີ່ສັນຍາ EVFTA ໃກ້ຈະໄດ້ຮັບການລົງນາມ ແລະ ມີຜົນສັກສິດ ນີ້ແມ່ນບາດກ້າວຫັນບັນດາຄຳໝັ້ນສັນຍາດ້ານການເມືອງຂອງການນຳ 2 ປະເທດເປັນລະອຽດ ແລະ ກໍ່ແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຄົມວິສາຫະກິດ 2 ປະເທດ”.