ກອງປະຊຸມສຳມະນາຢູ່ Turin
|
(vovworld) – ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຫວຽດນາມ, ພື້ນຖານວັດທະນະທຳທີ່ເປັນມູນເຊື້ອມຸ່ງໄປເຖິງອະນາຄົດ/ ໂສມໜ້າພາຍຫຼັງ 30 ປີແຫ່ງການປ່ຽນໃໝ່” ຫາກໍ່ໄດ້ຮັບການຈັດຕັ້ງຢູ່ນະຄອນ Turin, ເມືອງເອກຂອງເຂດ Piedmont, ພາກເໜືອປະເທດ ອີຕາລີ, ໄດ້ດຶງດູດຄວາມສົນໃຈຂອງເພື່ອນມິດ ອີຕາລີ ເປັນຈຳນວນຫຼວງຫຼາຍ. ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນບັນດາເຫດການວັນ ຫວຽດນາມ ຢູ່ Turin ໂດຍສູນຄົ້ນຄ້ວາ ຫວຽດນາມ, ສະມາຄົມ ອີຕາລີ - ຫວຽດນາມ, ຫ້ອງການການຄ້າ ອີຕາລີ - ຫວຽດນາມ ແລະ ຫ້ອງການການຄ້າ, ອຸດສາຫະກຳ ແລະ ກະສິກຳ Turin ສົມທົບກັນຈັດຕັ້ງ. ກອງປະຊຸມສຳມະນາບໍ່ພຽງແຕ່ແນະນຳກ່ຽວກັບບາງຮູບພາບໃໝ່ຢູ່ ຫວຽດນາມ, ຜ່ານບັນດາເນື້ອໃນທີ່ໄດ້ແລກປ່ຽນໃນກອງປະຊຸມສຳມະນາເທົ່ານັ້ນ, ຫາກຄະນະຈັດຕັ້ງຍັງແນະນຳບັນດາຄວາມສາມາດບົ່ມຊ້ອນໃນການລົງທຶນ, ການຄ້າ, ທ່າໄດ້ປຽບໃນການແກ່ງແຍ້ງຂອງ ຫວຽດນາມ ເມື່ອທຽບໃສ່ພາກພື້ນ ແລະ ໃນໂລກ. ກໍ່ໃນຂອບເຂດເຫດການວັນ ຫວຽດນາມ ຢູ່ Turin, ງານວາງສະແດງກ່ຽວກັບເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ ຢູ່ ຫໍພິພິທະພັນສິລະປະນະຄອນ Turin ກໍ່ຄືງານວາງສະແດງຮູບພາບ ຫວຽດນາມ ອາຫານການກິນ ຫວຽດນາມ ກໍ່ໄດ້ແນະນຳຢູ່ສະຖານທີ່ສະແດງສິລະປະຫຼາຍແຫ່ງຢູ່ນະຄອນ Turin. ສິ່ງດັ່ງກ່າວໄດ້ປະກອບໂຄສະນາສີສັນວັດທະນະທຳ ຫວຽດນາມ ເຖິງແຂກທ່ອງທ່ຽວ.