ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ” |
(vovworld)- ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ” ໂດຍວິທະຍຸກະຈາຍສຽງຫວຽດນາມສົມທົບກັບສະມາຄົມພາສາສາດຫວຽດນາມ, ສະມາຄົມນັກຂ່າວຫວຽດນາມຈັດຂຶ້ນໃນຕອນເຊົ້າວັນທີ 5/11ຢູ່ຮ່າໂນ້ຍ ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນທ່ານອະດີດນາຍົກລັດຖະມົນຕີຫວຽດນາມ ຝ້າມວັນດົງ ປຸກລະດົມຂະບວນການ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ”(1966-2016)
ກ່າວຄຳເຫັນໄຂ ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ”, ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ :
“ ຜ່ານ ກອງປະຊຸມສຳມະນາ, ຄະນະຊີ້ນຳ ແລະ ຄະນະຈັດຕັ້ງ ກອງປະຊຸມສຳມະນາ ຂໍສະເໜີລັດຖະບານ, ຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ, ກຳມາທິການວັດທະນະທຳ ສຶກສາ ຊາວໜຸ່ມເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ສະມາຄົມພາສາສາດຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ຄວນເອົາໃຈໃສ່ເຖິງວຽກງານຄຸ້ມຄອງ, ໃຫ້ຄຳປຶກສາການນຳໃຊ້ພາສາຫວຽດ, ຮັກສາຄວາມໃສແຈ້ງຂອງພາສາຫວຽດທາງພາຫະນະສື່ມວນຊົນ, ສ້າງກົດໝາຍ, ນະໂຍບາຍທາງດ້ານພາສາສາດ, ກ່ຽວກັບພາສາຫວຽດ ມຸ່ງໄປເຖິງການສ້າງປະມວນກົດໝາຍພາສາຫວຽດໃຫ້ສົມບູນແບບ ”
ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຊີ້ແຈ້ງວ່າ :
“ ບັນດານັກຂ່າວຕ້ອງເຊື່ອມຊຶມ ແລະ ຕ້ອງຝຶກຝົນຫຼໍ່ຫຼອມທັກສະນຳໃຊ້ພາສາຫວຽດ ເພາະແຕ່ລະຄຳເວົ້າ, ແຕ່ລະປະໂຫຍກຂອງນັກຂ່າວແມ່ນມີລັກສະນະກຳນົດທິດຫາງສຽງ ແລະ ແຜ່ລາມກ້ວາງເລິກໃນສັງຄົມ. ດັ່ງນັ້ນ, ຜ່ານກອງປະຊຸມສຳມະນາ, ຂ້າພະເຈົ້າເຫັນວ່າ ຈະມີຂໍ້ສະເໜີແນະຕໍ່ລັດ, ຕໍ່ສັງຄົມຫຼາຍຂໍ້ເພື່ອໃຫ້ວຽກງານຮັກສາຄວາມໃສແຈ້ງຂອງພາສາຫວຽດນັບມື້ນັບປະຕິບັດເປັນຢ່າງດີ”