ກອງປະຊຸມຮ່ວມຂອງ ຄະນະຊີ້ນຳເຂດ ໄຕບັກ,ໄຕງວຽນ ແລະທາງທິດຕາເວັນຕົກ ພາກໃຕ້
(ພາບ: VGP/Lê Sơn)
(vovworld)- ວັນທີ 8/11, ຢູ່ແຂວງອຽນບາຍ, ຄະນະຊິ້ນຳເຂດໄຕບັກ (ໝາຍເຖິງເຂດຕາວັນຕົກສ່ຽວເໜືອ), ໄຕງວຽນ ແລະ ທາງທິດຕາເວນຕົກພາກໃຕ້ ໄດ້ຈັດການປະຊຸມຮ່ວມປີ 2014 ແນໃສ່ຕີລາຄາສະພາບປະຕິບັດໜ້າທີ່ຂອງທັງ 3 ຄະນະຊີ້ນຳ, ວາງອອກທິດທາງໜ້າທີ່ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາບົດຮຽນໃນວຽກງານຕໍ່ສູ້ກັບການໂຄສະນາ, ເຄື່ອນໄຫວດ້ານສາສະໜາທີ່ຜິດກົດໝາຍ; ບັນດາອິດທິກຳລັງເປັນປໍລະປັກສວຍໃຊ້ສາສະໜາ, ການເຫຼື້ອມໃສເພື່ອແນໃສ່ແບ່ງແຍກປະຊາຊົນກັບພັກ, ລັດ, ກໍ່ຄວາມຂັດແຍ້ງທາງສັງຄົມ. ສ້າງລະບົບການເມືອງຂັ້ນຮາກຖານໃຫ້ໝັ້ນຄົງເຂັ້ມແຂງ, ແກ້ໄຂບັນດາບັນຫາຍົກຍ້າຍຂອງປະຊາຊົນຕິດພັນກັບການຮັບປະກັນຄວາມສະຫງົບປອດໄພສາສະໜາ ແລະ ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທົງຊາດ.
ທ່ານເຈືອງຊວນກື່ ຮອງຫົວໜ້າຄະນະຮັບຜິດຊອບຄະນະຊີ້ນຳເຂດໄຕບັກ ໃຫ້ຮູ້້ວ່າ , ພາຍຫຼັງກອງປະຊຸມຮ່ວມຂອງ 3 ຄະນະຊີ້ນຳ ເມື່ອວັນທີ 14/9/2013, ທັງ 3 ຄະນະ ສືບຕໍ່ເພີ່ມທະວີວຽກງານຊີ້ນຳ, ກວດກາ, ຊຸກຍູ້ການປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ສະຫລຸບ, ຂໍ້ຕົກລົງຂອງກົມການເມືອງ, ຄະນະເລຂາ ແລະ ນາຍົກລັດຖະມົນຕີກ່ຽວກັບການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານຊົນເຜົ່າ, ສາສະໜາ ແລະ ການກໍ່ສ້າງລະບົບການເມືອງ./.