ກອງປະຊຸມເຈົ້າໜ້າທີ່ຂັ້ນ ສູງອາຊຽນ-ອິນເດຍ ມຸ້ງໄປເຖິງການຮ່ວມມື ໃນອະນາຄົດ

ກອງປະຊຸມເຈົ້າໜ້າທີ່ຂັ້ນ ສູງອາຊຽນ-ອິນເດຍ ມຸ້ງໄປເຖິງການຮ່ວມມື ໃນອະນາຄົດ - ảnh 1
(ພາບ:thaifta.com)

( vovworld ) – ​ວັນ​ທີ 27/5, ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນ-ອິນ​ເດຍ ຄັ້ງທີ 14 ​ໄດ້​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ ປະ​ເທດ​ກຳປູ​ເຈຍ ​ເພື່ອ​ຕີ​ລາຄາ​ບັນດາ​ຄວາມ​ຄຶບ​ໜ້າ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ, ພ້ອມ​ທັງ​ກຳນົດ​ທິດ​ທາງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ອະນາຄົດ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ສາຍ​ທາງບົກ​ເຊື່ອມ​ຕໍ່​ອິນ​ເດຍ-ມຽນມາ-ລາ​ວ-ຫວຽດນາມ-ກຳປູ​ເຈຍ ​ແລະ ​ໂຄງການ​ເປີດ​ກ້ວາງ​ສາຍ​ທາງບົກ 3 ຝ່າຍ ອິນ​ເດຍ-ມ້ຽນ​ມາ-​ໄທ ​ໄປ​ລາວ ​ແລະ ກຳປູ​ເຈຍ. ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ບັນດາ​ຜົນງານ​ແຫ່ງ​ການ​ປະຕິບັດ​​ໂຄງການ​ດຳ​ເນີນງານຄູ່​ຮ່ວມ​ມື​ອາ​ຊຽນ-ອິນ​ເດຍ ​ເພື່ອ​ສັນຕິພາບ, ຄວາມ​ກ້າວໜ້າ ​ແລະ ວັດທະນະ​ຖາວອນ​ລວມ (2010-2015), ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ-ອິນ​ເດຍ ກໍ​ຄື​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ຕ່າງ​ມີ​ຄວາມ​ສົນ​ໃຈ. ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນ-ອິນ​ເດຍ ຄັ້ງທີ 14 ​ໄດ້​ຖືກ​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ບັນດາ​ກອງ​ປະຊຸມ​ຈຳ​​ເດືອນ ເນີນ​ໄປ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄື: ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງທີ 45 ​ແລະ ບັນດາ​ກອງ​ປະຊຸມ​ຫຼັງ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ; ​​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF)  ຄັ້ງທີ 19, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາຊີຕາ​ເວັນ​ອອກ ຊື່​ງຈັດ​ຂຶ້ນ​ແຕ່​ວັນ​ທີ 9-13/7, ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນ-ອິນ​ເດຍ ຄັ້ງທີ 10 ຈັດ​ຂຶ້ນ​ໃນ​ເດືອນ 11/2012 ຢູ່​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ

 

 

 

 

ຂ່າວ/ບົດ​ອື່ນ