ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນກ່ຽວກັບກິລາຄັ້ງທີ4ປີ2014

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນກ່ຽວກັບກິລາຄັ້ງທີ4ປີ2014 - ảnh 1
(ພາບ​ປະ​ກອບ​: /TTXVN)

(vovworld) - ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ​ກິ​ລາ ຄັ້ງ​ທີ 4 ປີ 2014. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ບັນ​ດາ​ຜູ້​ແທນ​ແມ່ນ​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ກິ​ລາ​ຂອງ 9 ປະ​ເທດ ອາ​ຊຽນ​ເຊິ່ງ​ລວມ​ມີ: ຫວຽດ​ນາມ, ສິງ​ກາ​ໂປ, ມາ​ເລ​ເຊຍ, ຟິ​ລິບ​ປິນ, ລາວ, ກຳ​ປູ​ເຈຍ, ໄທ​, ບ​ຣູ​ໄນ, ອິນ​ໂດ​ເນ​ເຊຍ. ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກ່ຽວ​ກັບ​ກິ​ລາ​ຄັ້ງ​ທີ 4 ປີ 2014 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 23 – 25/10. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ ແລະ ເພີ່ມ​ທະ​ວີ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊ​ຽນ​ກ່ຽວ​ກັບ​ກ​ານ​ພົວ​ພັນ​ຕ່າງ​ປະ​ເທດ​ພາຍ​ໃນ​ກຸ່ມ, ຮັດ​ແໜ້ນ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊ​ຽນ​ນຳ​ກັນ, ໂຄ​ສະ​ນາ​ພື້ນຖານວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ຂອງ​ ຫວຽດ​ນາມ ເຖິງ​ເພື່ອ​ນ​ມິດ​ໃນ​ພາກ​ພື້ນ, ກຳ​ນົດ​ທິດ​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ກິ​ລາ ແລະ ກ່ຽວ​ຂ້ອງ​ເຖິງ​ກິ​ລາ​ໃນ​ພາກ​ພື້ນ ອາ​ຊຽນ.

        ໃນ​ແຜນ​ການ​ຂອງກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ອາ​ຊຽນ ລາຍ​ງານ​ການ​ເຄື່ອນ​ໄຫວ​ໃຫຍ່​ກ່ຽວ​ກັບ​ກິ​ລາ, ສະ​ເໜີ​ບັນ​ດາ​ແຜນ​ການ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ພາກ​ພື້ນ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກອງ​ປະ​ຊຸມກໍ່​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ລວມ​ກ່ຽວ​ກັບ ກິ​ລາ​ຂອງ​ຄະ​ນະ​ເລ​ຂາ ອາ​ຊຽ​ນ.

 


ຂ່າວ/ບົດ​ອື່ນ