ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນປຶກສາຫາລືສ້າງຄວາມສະດວກໃຫ້ແກ່ການຄ້າ

(VOVWORLD) -ວັນທີ 08 ມັງກອນ, ກະຊວງການຄ້າໄທ ໃຫ້ຮູ້ວ່າ, ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ

ເຊິ່ງຈະດຳເນີນໃນລະຫວ່າງວັນທີ 12 – 18 ມັງກອນ ນັ້ນ ຈະສຸມໃສ່ປຶກສາຫາລືກ່ຽວກັບເລື່ອງ ສ້າງຄວາມສະດວກໃຫ້ແກ່ການຄ້າຜ່ານບັນດາມາດຕະການຄື: ລະບົບພາສີເອເລັກໂຕນິກຢູ່ທັງ 10 ປະເທດສະມາຊິກ ແລະ ອະນຸຍາດໃຫ້ຢັ້ງຢືນຕົ້ນກຳເນີດຂອງຜະລິດຕະພັນດ້ວຍຕົນເອງເພື່ອຫຼຸດຜ່ອນລາຍຈ່າຍ ແລະ ເວລາສົ່ງອອກ.

        ປະຈຸບັນ, ກະຊວງການຄ້າໄທ ພວມຮີບເຮັ່ງປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຊິ່ງຈະດຳເນີນຢູ່ບາງກອກໃຫ້ສຳເລັດ, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເປີດສາກໃຫ້ປີເປັນປະທານອາຊຽນ 2019 ຂອງໄທ. ກອງປະຊຸມຄັ້ງນີ້ກໍ່ຈະປຶກສາຫາລືກ່ຽວກັບຄວາມໝາຍຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ກະກຽມໃຫ້ກອງປະຊຸມຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP) ຢູ່ບາລີ, ປະເທດອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ