ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະອຫຼງ 95 ປີແຫ່ງວັນສື່ມວນຊົນປະຕິບັດວັດຫວຽດນາມ, ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະໜົນ ກ໊ວານຊື໊, ຮ່າໂນ້ຍ, ຄະນະໂຄສະນາ ແລະ ສຶກສາຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານສື່ມວນຊົນນັດສາມັນ. 
ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ - ảnh 1 ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ

 ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ສົ່ງຄຳອວຍພອນໄປຍັງຖັນແຖວພະນັກງານຜູ້ເຮັດວຽກງານສື່ມວນຊົນ ໃນທົ່ວປະເທດ, ສະແດງຄວາມຂອບໃຈຕໍ່ບັນດາອົງການສື່ມວນຊົນ, ນັກຂ່າວທີ່ມີການປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເວົ້າສະເພາະ ແລະ ການໂຄສະນາເຜີຍແຜ່ເວົ້າລວມ.

        ທ່ານຮອງນາຍົກລັດຖະມົນຕີໄດ້ຕັດເຕືອນບັນດາອົງການສື່ມວນຊົນຕ້ອງປະຕິບັດຢ່າງຖືກຕ້ອງຕາມວິວັດການວາງແຜນການພັດທະນາ ແລະ ການຄຸ້ມຄອງ ຂອງສື່ມວນຊົນທົ່ວປະເທດ ຈົນຮອດປີ 2025 ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີແລ້ວ.

        ແລະກໍ່ໃນກອງປະຊຸມ, ທ່ານ ຫງວຽນເທ໊ກິ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງຫວຽດນາມພວມສ້າງແຜນຮ່າງສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມກາຍເປັນອົງການສື່ມວນຊົນທີ່ຫຼາຍຮູບແບບ, ຫຼາຍພາຫະນະ, ມີຫຼາຍພາສາທີ່ເປັນມືອາຊີບ, ມີຄວາມໝັ້ນແກ່ນ ແລະ ຮອບດ້ານ

ຕອບກັບ

ຂ່າວ/ບົດ​ອື່ນ