ໃນລະຫວ່າງວັນທີ 2 ແລະ ວັນທີ 3/12, ຢູ່ນະຄອນ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ ຫວຽດນາມ ຈັດຕັ້ງກອງປະຊຸມເຝິກອົບຮົມກ່ຽວກັບວຽກງານສື່ສານກັບຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ແລະ ການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນປີ 2011. ຢູ່ທີ່ກອງປະຊຸມ, ບັນດານັກສຳມະນາກອນ ໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້, ເນື້ອໃນຕົ້ນຕໍ່ຂອງນະໂຍບາຍຕ່າງໆທີ່ກ່ຽວຂ້ອງເຖິງວຽກງານສື່ສານກັບຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ແລະການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ. ພ້ອມທັງເຜີຍແຜ່ຮູບການໂຄສະນາໃນສະພາບການໃໝ່, ບົດຮຽນໃນການປະຕິບັດວຽກງານນີ້ຢູ່ທ້ອງຖີ່ນຕ່າງໆ ເພື່ອໃຫ້ວຽກງານສື່ສານ, ໂຄສະນາໃນຂົງເຂດນີ້ໃນໄລຍະຈະມາເຖິງບັນລຸປະສິດທິຜົນກວ່າ. ທ່ານ ຫງວຽນຊວນຢາວ, ຜູ້ວ່າການ ຫົວໜ້າກົມສື່ສານກັບຕ່າງປະເທດ ແລະ ຮ່ວມມືສາຫົນ, ສັງກັດຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ:
”ສຳຫຼັບການໂຄສະນາກ່ຽວກັບທະເລ, ເກາະນັ້ນ, ພວກເຮົາຈະໂຄສະນາຕາມທິດເພີ່ມທະວີນ້ຳໃຈມິດຕະພາບກັບບັນດາປະເທດທີ່ມີຄວາມເອົາໃຈໃສ່ເຖິງທະເລຕາເວັນອອກ. ດັ່ງນັ້ນ, ຕ້ອງໂຄສະນາຕາມທິດຮັກສາຄວາມສະຫງົບປອດໄພ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະຮັບປະກັນສິດຜົນປະໂຫຍດຂອງທຸກໆປະເທດ, ໃນນັ້ນຕ້ອງເຄົາລົບນັບຖືອະທິປະໄຕ, ຜືນແຜ່ນດິນຂອງພວກເຮົາບົນທະເລ”