ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານຕ້ານການຄ້າເຖື່ອນ,ສໍ້ໂກງການຄ້າ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງກ່າວຄຳເຫັນທີ່ກອງປະຊຸມ
|
(vovworld)- ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ ໄດ້ດຳເນີນໃນຕອນເຊົ້າວັນທີ 9/3 ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ, ຫົວຫນ້າຄະນະຊີ້ນຳ ແຫ່ງຊາດກ່ຽວກັບວຽກງານຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ. ທີ່ກອງປະຊຸມ, ມີຫລາຍຄຳເຫັນຖືວ່າຄວນສືບຕໍ່ສ້າງສຳເລັດ, ປັບປຸງບັນດາເອກະສານນິຕິກຳຮັບປະກັນລັກສະນະຄວາມເປັນໄປໃນການແກ້ໄຂ, ຕ້ອງເດັດດ່ຽວໃນການແກ້ໄຂ, ສະກັດກັ້ນສະພາບການຄ້າເຖື່ອນ, ສໍ້ໂກງການຄ້າ ແລະ ສິນຄ້າປອມ. ທ່ານໂດທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະເຫນີວ່າ:
“ພວກຂ້າພະເຈົ້າສະເຫນີລັດຖະບານ ສືບຕໍ່ຊີ້ນຳບັນດາກະຊວງ, ຂະແຫນງການ, ພິເສດແມ່ນບັນດາທ້ອງຖິ່ນຄວນເພີ່ມທະວີບັນດາວຽກງານກວດກາ, ຄວບຄຸມການສະກັດກັ້ນສິນຄ້ານຳເຂົ້າເຖື່ອນຢູ່ຊາຍແດນ, ຖ້າຜ່ານຊາຍແດນແລ້ວແມ່ນຍາກທີ່ກວດກາໄດ້.”