ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ - ảnh 1
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ
ກ່ຽວກັບການຫລຸດຜ່ອນຄວາມທຸກ


(vovworld) - ຕອນ​ບ່າຍ​ວັນ​ທີ 23/4, ທີ່​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນນີ​ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ເພື່ອ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005-2012, ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ປີ 2013 ​ແລະ ປຶກສາ​ຫາລື​ມາດ​ຕະການ​ຜັນ​ຂະຫຍາຍ​ຫນ້າ​ທີ່​ຫລຸດຜ່ອນ​ຄວາມທຸກ​ຍາກ ປີ 2014-2015. ບັນດາ​ຄຳ​ເຫັນ​ຂອງ​ຜູ້​ແທນ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ປ່ຽນ​ແປງ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ທ້ອງ​ຖິ່ນ​​ໃນ​ການຜັນ​ຂະຫຍາຍ​​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ບັນລຸ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເນ​ັ້ນຫນັກ​ວ່າ: ການ​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ, ມີ​ລັກສະນະ​ຍຸດ​ທະ​ສາດ. ລະບົບ​ກົນ​ໄກ​ນະ​ໂຍບາຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມບູນ​ແບບ, ພ້ອມ​ກັນ​ນັ້ນ ບັນດາ​ທ້ອງ​ຖິ່ນ​ກໍ່​ໄດ້​ໝູນ​ໃຊ້​ໃຫ້​ສອດ​ຄອ່ງກັບ​ທ້ອງ​ຖິ່ນ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ເຂົ້າສູ່​ຊີວິດ​ເທື່ອ​ລະ​ກ້າວ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນນີ​ງ ຊີ້​ແຈ້ງວ່າ:

ການ​ກຳນົດ​ທິດ​ຂອງ​ວຽກ​ງານ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ຈະ​ມາ​ເຖິງ ຕ້ອງ​ປະຕິບັດ​ຢ່າງ​ຮອບດ້ານ​ຢູ່​ທຸກ​ທ້ອງ​ຖິ່ນ ​ແຕ່​ຄວນ​ສຸ​ມ​ໃສ່​​ເຂດ​ທີ່​ມີ​ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ໃນ​ລະດັບ​ສູງ ນັບ​ທັງ​ນະ​ໂຍບາຍ, ​ແຫ​ລ່ງກຳລັງ. ຈາ​ກການ​ນຳ​ນົດທິດ​ນີ້, ພວກ​ເຮົາ​​ໂຮມ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ເຂົ້າກັນ​ເພື່ອ​​ໃຫ້​ສະດວກ​ໃນ​ການ​ປະຕິບັດ.”

 

 

ຂ່າວ/ບົດ​ອື່ນ