(vovworld) - ປີ 2016, ແມ່ນປີປະສົບກັບຄວາມຫຍຸ້ງຍາກສຳລັບຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ດ້ວຍສະພາບເກີດໄພທຳມະຊາດຢ່າງລຽນຕິດ ແລະ ໃນລະດັບຮຸນແຮງ. ເຖິງຢ່າງໃດກໍ່ຕາມ, ໃນສະພາບປະສົບກັບຄວາມຫຍຸ້ງຍາກຢ່າງຕໍ່ເນື່ອງນັ້ນ, ດ້ວຍບັນດາມາດຕະການແກ້ໄຂຢ່າງຖືກທິດ, ຕິດແທດ ແລະ ຜັນຂະຫຍາຍການປະຕິບັດຢ່າງຂ້ຽວຂາດ, ຂະແໜງກະສິກຳໄດ້ຮັບທ່າຟື້ນຟູຄືນໃໝ່ໃນໄລຍະ 6 ເດືອນທ້າຍປີ. ນີ້ແມ່ນໝາກຜົນທີ່ສຳຄັນ, ຢືນຢັນຄຳຊີ້ນຳ, ບໍລິຫານຢ່າງຖືກທິດ, ປັບປຸງການຜະລິດ, ດຳເນີນທຸລະກິດຢ່າງທັນການ ແລະ ໄດ້ຮັບການຕີລາຄາສູງຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 26/12. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ກະສິກຳ ພ້ອມກັບເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວຍັງແມ່ນທ່າແຮງຂອງຫວຽດນາມ ໃນກິດຈະການຫັນເປັນເຕັກໂນໂລຊີຄັ້ງທີ 4, ແມ່ນທ່າໄດ້ປຽບຂອງພື້ນຖານເສດຖະກິດ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳການປະຕິຮູບການສ້າງໂຄງປະກອບພື້ນຖານກະສິກຳຈາກລວງກວ້າງ ໄປສູ່ລວງເລິກ. ພ້ອມກັນນັ້ນ ແມ່ນຈັດຕັ້ງການຜະລິດໃຫ້ເໝາະສົມກັບວິສາຫະກິດເປັນຫຼາຍຮູບຫຼາຍແບບ ຕາມຮູບແບບເຊື່ອມຕໍ່, ເຂົ້າຮ່ວມລະບົບມູນຄ່າເພີ່ມໃນກະສິກຳ. ແລະ ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງວິທະຍາສາດເຕັກໂນໂລຊີ ຕ້ອງສຸມໃສ່ໃຫ້ແກ່ການພັດທະນາວິທະຍາສາດເພື່ອຮັບໃຊ້ກະສິກຳຊົນນະບົດ.