(vovworld) - ວັນທີ 15/01, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມໃຫຍ່ກຳມະບານພາລະກອນຫວຽດນາມ ຄັ້ງທີ 4, ອາຍຸການ 2013 – 2018, ກອງປະຊຸມໃຫຍ່ໄດ້ວາງອອກມາດຕະການປ່ຽນໃໝ່ການເຄື່ອນໄຫວ, ມຸ່ງໄປສູ່ຮາກຖານຢ່າງຕັ້ງໜ້າ; ກໍ່ສ້າງຖັນແຖວພະນັກງານ ແລະ ສະມາຊິກກຳມະບານອອກແຮງງານຢ່າງເຂັ້ມແຂງ; ເສີມຂະຫຍາຍບົດບາດຕົວແທນຂອງກຳມະບານໃນວຽກງານສ້າງນະໂຍບາຍກົດໝາຍທີ່ກ່ຽວຂ້ອງໂດຍກົງເຖິງຜູ້ອອກແຮງງານ, ພະນັກງານລັດຖະກອນ, ພາລະກອນຄື: ນະໂຍບາຍເງິນເດືອນ, ລະບອບເຮືອນຢູ່, ບັນດາລະບອບກ່ຽວກັບປະກັນໄພ, ການຮັບສະໝັກ, ບຳລຸງສ້າງ, ແຕ່ງຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຮ່າທິຄ໋ຽດ ເນັ້ນໜັກວ່າ.
“ສະມາຊິກກຳມະບານ, ພາລະກອນທຸກຂັ້ນ ຕ້ອງສຸມໃສ່ຊີ້ນຳ, ແນະນຳ, ຈັດຕັ້ງໃຫ້ພະນັກງານສະມາຊິກກຳມະບານເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ຂ້າພະເຈົ້າສະເໜີໃຫ້ກຳມະບານທຸກຂັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ຄົ້ນພົບ ແລະ ທະວີຄຸນບັນດາຮູບແບບ, ແບບຢ່າງດີເດັ່ນ, ວິທີປະຕິບັດດີ, ສ້າງຂະບວນການແຂ່ງຂັນໃນອົງການ, ຫົວໜ່ວຍກ່ຽວກັບການຮໍ່າຮຽນ ແລະ ປະຕິບັດຕາມຮູບແບບຄຸນສົມບັດປະທານໂຮ່ຈິມິນຢ່າງແຮງ; ຕ້ອງເອົາໃຈໃສ່ກວ່າອີກເຖິງວຽກງານບຳລຸງສ້າງ, ບຳລຸງລະດັບຄວາມສາມາດໃຫ້ແກ່ພະນັກງານກຳມະບານ. ພະນັກງານກຳມະບານຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະ ສະມາຊິກກຳມະບານ, ຄົນງານ, ນຳແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດເຖິງສະມາຊິກກຳມະບານ ແລະ ສ່ອງແສງແນວຄິດຈິດໃຈ, ຄວາມມຸ່ງຫວັງຂອງສະມາຊິກກຳມະບານຕໍ່ພັກ ແລະ ລັດ.”