ກອງປະຊຸມໃຫຍ່ຄັ້ງທີ 5 ສະຫະພັນ ບັນດາອົງການມິດ ຕະພາບຫວຽດນາມ
ກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 5
ສະຫະພັນບັນດາອົງການມິດຕະພາບຫວຽດນາມ
(ພາບ: vtv.vn)
(vovworld)- ຕອນເຊົ້າວັນທີ 30/12, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 5 ຂອງ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຖືກດຳເນີນຢູ່ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ເປັນຂີດໝາຍພັດທະນາໃໝ່ຂອງສະຫະພັນໃນວຽກກງານພົວພັນຕ່າງປະເທດ ປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານຫງວຽນທ້ຽນເຍິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ: ກອງປະຊຸມໃຫ່ຍຄັ້ງທີ 11 ພັກກອມມູນິດຫວຽດນາມ ໄດ້ຕົກລົງກັບແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້ານຳປະເທດຊາດເຊື່ອມໂຍງເຂົ້າກັບສາກົນ ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງ ພ້ອມກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍ. ໜ້າທີ່ນັ້ນພວມວາງອອກບັນດາຄວາມຮຽກຮ້ອງປ່ຽນໃໝ່ສຳລັບທຸກໆຂົງເຂດວຽກງານ, ໃນນັ້ນມີວຽກງານພົວພັນຕ່າງປະເທດ ປະຊາຊົນ. ທ່ານຫງວຽນທ້ຽນເຍິນ ຊີ້ແຈ້ງວ່າ:
“ກອງປະຊຸມສຸມໃສ່ປຶກສາຫາລືວາງອອກບັນດາທິດທາງ, ມາດຕະການທີ່ມີປະສິດຜົນເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ແກ້ໄຂຄວາມຈຳກັດອ່ອນດ້ອຍ, ປະກອບສ່ວນຢ່າງມີປະສິດທິຜົນກ່ວາເຂົ້າໃນວຽກງານພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນປະຕິບັດມະຕິຂອງພັກ ແລະ ຄຳສັ່ງຂອງຄະນະເລຂາຢ່າງມີໄຊ. ພ້ອມກັນນັ້ນ, ຕ້ອງເລີ່ມຈາກຄວາມຮັບຮູ້ໃນໄລຍະໃໝ່, ຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນນັບມື້ນັບເລິກເຊິ່ງກ່ວາ, ນ້ຳໃຈສາມັກຄີ, ການສະໜັບສະໜູນ, ຊ່ວຍເຫຼືອ, ຮ່ວມມືຂອງເພື່ອນມິດສາກົນ ແມ່ນບັນດາເງື່ອນໄຂທີ່ຂາດບໍ່ໄດ້, ມີບົດບາດສຳຄັນໃນພາລະກິດພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຂອງ ປຊຊ ຫວຽດນາມ“.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 5 ຂອງ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຸມໃສ່ປຶກສາຫາລືບັນດາທິດທາງໃຫຍ່ໃຫ້ໄລຍະ 5 ປີຈະມາເຖິງ ດ້ວຍວິໄສທັດຍາວກວ່າ, ໃນນັ້ນສຸມໃສ່ເຂົ້າໃນບັນດາມາດຕະການເພື່ອແນໃສ່ປ່ຽນໃໝ່, ຍົກສູງປະສິດທິຜົນບັນດາການເຄື່ອນໄຫວພົວພັນຕ່າງປະເທດ: ປັບປຸງ, ເປີດກວ້າງ, ພັດທະນາເຄືອຂ່າຍປະເທດເພື່ອນມິດ ແລະ ການພົວພັນຕ່າງປະເທດຕາມທິດລົງເລິກ; ຕັ້ງໜ້າເຂົ້າຮ່ວມບັນດາການພົວພັນຫຼາຍຝ່າຍສຳຄັນ; ເພີ່ມທະວີ ແລະ ຍົກສູງປະສິດທິຜົນວຽກງານຮ່ວມມືກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ເປັນເສນາທິການ, ຖະແຫຼງຂ່າວໃຫ້ຕ່າງປະເທດ; ປັບປຸງ ແລະ ພັດທະນາສະຫະພັນໃຫ້ໝັ້ນຄົງ ເຂັ້ມແຂງ.