ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກປຶກສາຫາລືບັນດາເອກະສານແລະຮັບຟັງບັນດາບົດທາບທາມຄວາມເຫັນ

ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກປຶກສາຫາລືບັນດາເອກະສານແລະຮັບຟັງບັນດາບົດທາບທາມຄວາມເຫັນ - ảnh 1

(vovworld) - ວັນ​ທີ 22/1, ກອງ​ປະຊຸມ​ໃຫຍ່​ຜູ້​​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​​ໄດ້​ດຳ​ເນີນຢູ່​ຫໍ​ປະຊຸມ ​ເພື່ອ​ປຶກສາ​ຫາລື​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12. ກອງ​ປະຊຸມ​ໃຫຍ່​ຮັບ​ຟັງ​ບົດ​ທາ​ບທາມ​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ເພີ່ມ​ເຕີມ, ​​ເນັ້ນໜັກ ​ແລະ ​ເຮັດ​ແຈ້ງ​ບັນດາ​ເນື້ອ​ໃນ​ໃໝ່, ​ເນື້ອ​ໃນ​ພື້ນຖານ, ​ແກ່ນສານ ຊຶ່ງ​ຮ່າງ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ໄດ້​ເຕື້ອງ​ເຖິງ. ທ່ານ ຫງວຽນ​ຊິງ​ຮຸ່ງ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຕາງ​ໜ້າ​ຄະນະ​ປະທານ, ບໍລິຫານ​ວາລະ​ປະຊຸມ.

        ທີ່​ວາລະ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມການ​ເມືອງ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ບົດປະກອບ​ຄຳ​ເຫັນ​ດ້ວຍ​ຫົວ​ຂໍ້ “​ເສີມ​ຂະຫຍາຍກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ປະຕິບັດ​​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ມີ​ໄຊ ​ແລະ ​ເຂົ້າ​ຮ່ວມ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ປອດ​ໃສ, ​ ໝັ້ນຄົງເຂັ້ມ​ແຂງ”. ຕາງໜ້າ​ຄະນະ​ຜູ້​ແທນ​ກອງທັບ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີ້​ກ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ມີ​ບົດປະກອບ​ຄວາມ​ເຫັນ​ດ້ວຍ​ຫົວ​ຂໍ້ “ກອງທັບ​ປະຊາຊົນ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ແກ່ນສານ​ໃນ​ພາລະກິດ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ເຮັດ​ໃຫ້​​​ຂົງ​ເຂດ​ປ້ອງ​ກັນຊາ​ດການ​ທະຫານ​ເພີ່ມ​ຄວາມ​ເລິກ​ເຊິ່ງ ​ເພື່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ​” ທ່ານ​ພົນ​ເອກ ​ໂລ​ຊວນ​ລີ້​ກ ຊີ້​ແຈ້ງວ່າ:

  “ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ, ​ຍາກ​ທີ່ຈະ​ຄາດ​ຄະ​ເນ​ສະພາບ​ການໄວ້​ລວງ​ໜ້າ, ຕໍ່ໜ້າຄວາມ​ຮຽກຮ້ອງ​ໃໝ່​ກ່ຽວ​ກັບ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ​ເລື່ອງ​ເພີ່ມ​ທະວີ​ດ້ານ​ປ້ອງ​ກັນຊາ​ດ, ກໍ່ສ້າງ​ກອງທັບ​ປະຊາຊົນ​ປະຕິວັດ, ກອງທັບ​ຫລວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ແມ່ນ​ຄວາມ​ຮຽກຮ້ອຕ້ອງການງ​ສຳຄັນ​ພິ​ເສດ, ​ແມ່ນ​ໜ້າ​ທີ່​ສຳຄັນ​ຕົ້ນຕໍ​ໃນ​ການ​ກໍ່ສ້າງກຳລັງ​ແຮງ​ບົ່ມ​ຊ້ອນ, ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ