ກອງປະຊຸມໃຫຍ່ຄັ້ງທີ 5 ສະຫະພັນສະຫະກອນ ຫວຽດນາມ
(vovworld) - ແຕ່ວັນທີ 17-19/7, ຢູ່ ຮ່າໂນ້ຍຈະດຳເນີນກອງປະຊຸມໃຫຍ່ຄັ້ງທີ 5 ສະຫະພັນສະຫະກອນ ຫວຽດນາມ, ອາຍຸການ 2016-2020. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນປະມານ 550 ຄົນທີ່ຕາງໜ້າໃຫ້ຜູ້ອອກແຮງງານໃນທົ່ວປະເທດປະມານ 30 ລ້ານຄົນ. ດ້ວຍຈິດໃຈ: “ສາມັກຄີ, ປ່ຽນໃໝ່, ເຊື່ອມໂຍງ, ພັດທະນາຢ່າງໝັ້ນຄົງ“. ກອງປະຊຸມໃຫຍ່ຄັ້ງນີ້ຈະສະຫຼຸບ, ຕີລາຄາບັນດາຜົນງານທີ່ບັນລຸໄດ້, ຊີ້ອອກບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດ ຂອງພາກສ່ວນເສດຖະກິດຮ່ວມມື, ສະຫະກອນ ແລະ ການເຄື່ອນໄຫວຂອງສະຫະພັນສະຫະກອນ ຫວຽດນາມໃນໄລຍະ 2010-2015. ທ່ານ ຫວໍກິມກື້, ປະທານ ສະຫະພັນສະຫະກອນ ຫວຽດນາມ, ໃຫ້ຮູ້ວ່າ:
“ກອງປະຊຸມໃຫຍ່ ສະຫະພັນສະຫະກອນ ຫວຽດນາມ ຄັ້ງນີ້ແມ່ນເພື່ອຫັນບັນດາແນວທາງຂອງພັກໃນການເຄື່ອນໄຫວດ້ານເສດຖະກີດສັງຄົມຂອງທົ່ວປະເທດເປັນລະອຽດ, ກ່ອນອື່ນໝົດແມ່ນຂົງເຂດເສດຖະກິດຮ່ວມມື. ສືບຕໍ່ຢືນຢັນແນວທາງປ່ຽນໃໝ່ໃນວິວັດທີ່ປະເທດພວມເຊື່ອມໂຍງຢ່າງເລິກເຊິ່ງເຂົ້າພື້ນຖານເສດຖະກິດໂລກ, ດັ່ງນັ້ນ ເສດຖະກິດສະຫະກອນ ທັງມີກາລະໂອກາດທັງມີການທ້າທາຍຫຼາຍຢ່າງ. ກອງປະຊຸມໃຫຍ່ຄັ້ງນີ້ ມີເງື່ອນໄຂອື່ນ ທີ່ພວມຜັນຂະຫຍາຍຂໍ້ສະຫຼຸບ 56 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການພັດທະນາເສດຖະກິດສະຫະກອນໃນໄລຍະຈະມາເຖິງຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ“