ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບຫວຽດນາມ-ກູບານະຄອນຮ່າໂນ້ຍ

(VOVWORLD) -  ວັນທີ 29/7, ຢູ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ ຄັ້ງທີ 5, ອາຍຸການ 2017-2022.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບຫວຽດນາມ-ກູບານະຄອນຮ່າໂນ້ຍ - ảnh 1 ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບຫວຽດນາມ-ກູບານະຄອນຮ່າໂນ້ຍ

(ພາບ: dangcongsan.vn)

ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ 2012-2017 ຫງວຽນວຽດຖາວ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ 2017-2022.

ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງໃນວັນທີ 7/12/1996. ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ, ສະມາຄົມໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບຜົນງານຫຼາຍພໍສົມຄວນກ່ຽວກັບວຽກງານຈັດຕັ້ງ ແລະ ເນື້ອໃນການເຄື່ອນໄຫວ. ໃນອາຍຸການ 2017-2022, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ຮ່າໂນ້ຍ ສຸມໃສ່ຈັດຕັ້ງການພົບປະແລກປ່ຽນມິດຕະພາບກັບ ກູບາ ຢູ່ ຮ່າໂນ້ຍ ແລະ ກູບາ ດ້ວຍຫຼາຍເນື້ອໃນອຸດົມສົມບຸນ, ຫຼາຍຮູບຫຼາຍແບບ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ, ສອງນະຄອນຫຼວງ; ຈັດຕັ້ງການສຳມະນາກັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງສອງປະເທດ ຫວຽດນາມ - ກູບາ; ສົມທົບກັນຈັດຕັ້ງການເສັງຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ