ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ຄັ້ງທີ 2

(VOVWORLD) - ຕອນເຊົ້າວັນທີ 08 ສິງຫາ, ທີ່ຮ່າໂນ້ຍ, ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ຄັ້ງທີ 2 ອາຍຸການ 2018 – 2023 ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 3.
ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ຄັ້ງທີ 2 - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງສະຫະສະມາຄົມບັນດານັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ມານະພະຍາຍາມບັນລຸໄດ້ໃນອາຍຸການຜ່ານມາ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວວ່າ:

        “ການຫັນປ່ຽນໂຄງປະກອບເສດຖະກິດຕາມທິດຜະລິດສິນຄ້າມີຄວາມສາມາດແກ່ງແຍ້ງ ເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ເພີ່ມທະວີການໝູນໃຊ້ບັນດາຜົນງານວິທະຍາສາດ - ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ເພື່ອຜະລິດອອກບັນດາສິນຄ້າທີ່ມີທ່າໄດ້ປຽບການແກ່ງແຍ້ງ, ພັດທະນາບັນດາການບໍລິການທີ່ມີມູນຄ່າເພີ່ມຂຶ້ນສູງ, ຍູ້ແຮງການສົ່ງອອກ ແລະ ການຄ້າພາຍໃນປະເທດ; ເປັນເຈົ້າການເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ. ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມຢ່າງແໜ້ນແຟ້ນ, ການພັດທະນາເສດຖະກິດຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.

        ໃນອາຍຸການຜ່ານມາ, ສາຂາຂອງສະຫະສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນຢູ່ 36 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍວິສາຫະກິດສະມາຊິກ 7728 ແຫ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ