ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13 ດຳເນີນໃນລະຫວ່າງວັນທີ 09-13 ມີນາ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13, ອາຍຸການ 2022 – 2029 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 09 – 13 ມີນາ ຈະຕີລາຄາ, ສະຫຼຸບຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫວຽດນາມ ອາຍຸການ 2017 – 2021
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13 ດຳເນີນໃນລະຫວ່າງວັນທີ 09-13 ມີນາ - ảnh 1ທີ່ການປະຊຸມຖະແຫຼງຂ່າວ
(ພາບ: cand.com.vn)

ທີ່ການປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 01 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອ, ຄວາມສາມັກຄີ, ປະດິດຄິດສ້າງ, ເພື່ອຄວາມວັດທະນາຖາວອນຂອງປະເທດຊາດ”, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13, ອາຍຸການ 2022 – 2029 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 09 – 13 ມີນາ ຈະຕີລາຄາ, ສະຫຼຸບຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫວຽດນາມ ອາຍຸການ 2017 – 2021, ສະເໜີເປົ້າໝາຍ, ທິດທາງ, ໜ້າທີ່, ບັນດາຂອດບຸກທະລຸໃນອາຍຸການ 2022-2027 ແລະ ເລືອກຄັ້ງຄະນະບໍລິຫານງານສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 13.

        ໃນຂອບເຂດຂອງກອງປະຊຸມໃຫຍ່, ຄາດວ່າ ວັນທີ 09 ມີນາ ຈະດຳເນີນເວທີປາໄສສົນທະນາລະຫວ່າງນາຍົກລັດຖະມົນຕີກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແມ່ຍິງຄັ້ງທີ 13 ດ້ວຍຫົວຂໍ້ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ”.

ຕອບກັບ

ຂ່າວ/ບົດ​ອື່ນ